ສົມຄວນບໍ່? ສາວຫ້ອງການລາອອກຈາກບໍລິສັດ ຫຼັງເພື່ອນຮ່ວມງານມາງານແຕ່ງພຽງ1ຄົນຈາກ70ຄົນ

ສົມຄວນບໍ່? ສາວຫ້ອງການລາອອກຈາກບໍລິສັດ ຫຼັງເພື່ອນຮ່ວມງານມາງານແຕ່ງພຽງ1ຄົນຈາກ70ຄົນ



ເຫດຜົນຂອງການຕັດສິນໃຈລາອອກຈາກວຽກງານຂອງຫຼາຍຄົນອາດແຕກຕ່າງກັນໄປ,ບໍ່ວ່າຈະເປັນເລື່ອເງີນເດືອນທີ່ໜ້ອຍ,ເຮັດວຽກໜັກ,ຫົວໜ້າບໍ່ໂອເຄຫຼືຈະເພື່ອຮ່ວມງານທີ່ເຂົ້າກັບເຮົາບໍ່ໄດ້ ແຕ່ເຫດການຂອງຜູ້ຍິງຄົນນີອາດຕ່າງອອກໄປເລັກໜ້ອຍ ແຕ່ກໍເປັນເຫດຜົນກ່ຽວກັບເພື່ອນຮ່ວມງານເຊັ່ນກັນ



ເລື່ອງລາວຂອງສາວຊາວຈີນທ່ານໜື່ງເປີດເຜີຍໃນສື່ມວນຊົນວ່າ ລາວຖືກໝູ່ຮ່ວມງານເຮັດໃຫ້ຂາຍໜ້າໃນມື້ສຳຄັນທີ່ສຸດໃນຊີວິດຂອງລາວນັ້ນຄືມື້ແຕ່ງງານ ລາວກ່າວວ່າລາວເຮັດວຽກໃນບໍລິສັດດັ່ງກ່າວມາດົນນານຮອດ 5ປີແລ້ວແລະມີຄວາມສຳພັນທີ່ດີກັບເພື່ອຮ່ວມງານຂອງລາວເກືອບທຸກຄົນ ຈົນຮອດມືທີ່ລາວກຳລັງຈະແຕ່ງງານ ເລີຍຕັດສິນໃຈເຊີນເພື່ອນຮ່ວມງານຂອງລາວຈຳນວນ 70ຄົນໄປຮ່ວມງານ

ເຊິ່ງລາວເຊື່ອວ່າພວກເຂົາສ່ວນໃຫຍ່ຕ້ອງໄປຮ່ວມສະແດງຄວາມຍິນດີໃນມື້ສຳຄັນຂອງລາວແນ່ນອນ ຕາມປົກກະຕິແລ້ວໃນເວລາເຮັດວຽກລາວໄດ້ຮັບການສະໜັບສະໜູນຈາກເພື່ອນຮ່ວມງານຂອງລາວຢ່າງຫຼາຍດັ່ງນັ້ນລາວຕັດສິນໃຈເຊີນທັງໝົດມາງານແຕ່ງງານໂດຍຢ້ານວ່າຄົນທີ່ບໍ່ໄດ້ເຊີນຈະຮູ້ສຶກຫ່າງເຫີນ.


ດັ່ງນັ້ນ ເຈົ້າສາວໄດ້ກຽມໂຕະຈີນໃຫ້ກັບແຂກທີ່ມາຈາກບໍລິສັດຈຳນວນ 6ໂຕະ ເພື່ອຮອງຮັບແຂກທັງໝົດປະມານ 70ຄົນ ແຕ່ປາກົດວ່າມີເພື່ອຮ່ວມງານຂອງລາວພຽງຄົນດຽວເທົ່ານັ້ນທີ່ມາງານແຕ່ງລາວ ແລະຮ້າຍໄປກວ່ານັ້ນກໍຄືເພື່ອຮ່ວມງານພຽງຄົນດຽວທີ່ມາຄືເປັນພະນັກງານຝຶກງານຂອງລາວທີ່ຮູ້ສຶກວ່າຈຳເປັນຕ້ອງມາງານນີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page