ເຊເລນສະກີ! ບໍ່ຂໍເຈລະຈາສັນຕິພາບກັບຣັດເຊຍ ຈົນກວ່າຈະຖອນທະຫານອອກຈາກຢູເຄຼນ

ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນປະຕິເສດເຈລະຈາສັນຕິພາບກັບຣັດເຊຍຫາກບໍ່ມີການຖອນກຳລັງທະຫານອອກຈາກປະເທດລາວ


ເຊເລນສະກີ ສະແດງຄວາມຄິດເຫັນດັ່ງກ່າວ ລັງສົນທະນາກັບ ອັນໂຕນິໂອ ກູເຕີເຣດ ເລຂາທິການຫໃຍ່ແຫ່ງສະຫະປະຊາຊາດ ແລະປະທານາທິບໍດີ ເຣເຈບ ໄຕຍິບ ແອໂດອັນ ແຫ່ງຕຸຣະກີ
ຜູ້ນຳຢູເຄຼນເຜີຍວ່າ “ຮູ້ສຶກແປກໃຈຫຼາຍ” ຫຼັງແອໂດອັນ ບອກກັບເຂົາວ່າຣັດເຊຍພ້ອມສຳລັບເຈລະຈາສັນຕິພາບ” ຢ່າງທຳອິດເລີຍພວກເຂົາຄວນອອກຈາກດິນແດງຂອງເຮົາແລະຈາກນັ້ນຈື່ງມາເວົ້າກັນ”



ກ່ອນໜ້ານັ້ນໃນມື້ດຽວກັນ ເລຂາທິການໃຫຍ່ແຫ່ງສະຫະປະຊາຊາດແລະປະທານາທິບໍດີຕຸຣະກີພົບປະກັບ ເຊເລນສະກີ ໃນເມືອງລະວິວຂອງຢູເຄຼນ ເຊິ່ງຢູ່ໃກ້ຊາຍແດນໂປແລນ ແລະພວກຜູ້ນຳທັງ 3ຫາລືກັນກ່ຽວກັບສະຖານະການທີ່ໂຮງງານໄຟຟ້າພະລັງງານນິວເຄຼຍທາງພາກໃຕ້ຂອງຢູເຄຼນ


ເຊເລນສະກີແລະກູເຕີເຣດ ເຫັນພ້ອມກັນໃນການກຽມການສຳລັບການເດີນທາງຢ້ຽມໂຮງງານໄຟຟ້າດັ່ງກ່າວຂອງຄະນະຜູ້ແທນຈາກອົງການບໍລິການປະລະມະນູສາກົນ
ແນວໃດກໍຕາມຍັງຄົງບໍ່ຊັດເຈນວ່າ ຣັດເຊຍເຫັນພ້ອມກັບການກຽມການດັ່ງກ່າວຫຼືບໍ່ທັງນີ້ ລະຫວ່າງໂອ້ລົມ ປະທານາທິບໍດີຢູເຄຼນ ຍັງຂໍໃຫ້ກູເຕີເຣດຮັບປະກັນຄວາມປອດໄພຂອງໂຮງງານໄຟຟ້າແຫ່ງນີດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page