ຣັດເຊຍໃຊ້ຫຢວນໃນການຊຳລະເງີນຫຼາຍ ເປັນອັນດັບ 3 ຫຼັງຖືກຕາເວັນຕົກຂວ້ຳບາດ

ຣັດເຊຍໃຊ້ຫຢວນໃນການຊຳລະເງີນຫຼາຍ ເປັນອັນດັບ 3 ຫຼັງຖືກຕາເວັນຕົກຂວ້ຳບາດ


ຣັດເຊຍກາຍເປັນຕະຫຼາດໃຫຍ່ອັນດັບ 3 ນອກຈາກຈີນແຜ່ນດິນໃຫຍ່ທີ່ໃຊ້ສະກຸນເງີນຫຢວນຊຳລະເງີນທົ່ວໂລກ ເຊິ່ງຊໍ້າເຕີມເຖິງຜົນກະທົບທີ່ຣັດເຊຍຕ້ອງປະເຊີນ ຫຼັງບັນດາຊາດຕາເວັນຕົກພ້ອມໃຈກັນອອກມາດຕາການຂວ້ຳບາດ ໂທດຖານຍົກພວກບຸກໂຈມຕີຢູເຄຼນຕັ້ງແຕ່ເດືອນກຸມພາ ທີ່ຜ່ານມາ


ເຊິ່ງສຳນັກຂ່າວໄດ້ມີການລາຍງານວ່າ ກ່ອນທີ່ຣັດເຊຍຈະຮຸກຮານຢູເຄຼນນັ້ນ ຣັດເຊຍບໍ່ເຄີຍຕິດອັນດັບໃນການຈັດອັນດັບປະຈຳເດືອນທີ່ເຜີຍແພ່ໂດຍສະວິບ (SWIFT) ເຊິ່ງເປັນເຄືອຂ່າຍສົ່ງຂໍ້ຄວາມທາງການເງີນລະດັບໂລກ ແຕ່ຕົວເລກລ່າສຸດທີ່ເຜີຍແພ່ສະແດງໃຫ້ເຫັນວ່າ ຣັດເຊຍກາຍເປັນຕະຫຼາດໃຫຍ່ອັນດັບ 3ຂອງໂລກທີ່ໃຊ້ເງີນຫຢວນຊຳລະເງີນ ຮອງຈາກຮ່ອງກົງແລະອັງກິດ.


ບໍລິສັດແລະທະນາຄານຂອງຣັດເຊຍຄິດສັດສ່ວນເປັນເກືອບ 4% ຂອງການຊຳລະເງີນລະຫວ່າງປະເທດດ້ວຍສະກຸນເງີນຫຢວນເມື່ອຕິດຕາມມູນຄ່າໃນເດືອນ ກໍລະກົດ ໂດຍເພີ່ມຂຶ້ນຈາກ 1.42% ໃນເດືອນ ມິຖຸນາ ແລະ ຈາກ 0% ໃນເດືອນ ກຸມພາ
ຮ່ອງກົງຍັງຄົງເປັນຕະຫຼາດໃຫຍ່ທີ່ສຸດທີ່ໃຊ້ເງີນຫຢວນໃນການເຮັດທຸລະກຳນອກຈາກຈີນແຜ່ນດິນໃຫຍ່ ໂດຍຄິດເປັນສັດສ່ວນ 73.8% ຕາມມາດ້ວຍອັງກິດທີ່ຄິດເປັນສັດສ່ວນ 6.4%

Leave a Reply

Your email address will not be published. Required fields are marked *

You cannot copy content of this page