ວິກິດລຸກລາມ! ເຕືອນຄ່າຄອງຊີບທີ່ພຸ່ງຂຶ້ນສູງກຳລັງບີບໃຫ້ຜູ້ຍິງUKຫັນມາຂາຍຕົວແລກເງິນ.
ເຈົ້າໜ້າທີ່ດ້ານສັງຄົມສັງເຄາະເຕືອນຜ່ານສະກາຍນິວເມື່ອວັນເສົາ (20 ສິງຫາ) ວ່າຄ່າຄອງຊີບທີ່ພຸ່ງຂຶ້ນສູງເລື້ອຍໆ ໃນອັງິກດກຳລັງບີບໃຫ້ພວກຜູ້ຍິງຫັນມາຂາຍບໍລິການທາງເພດ ບາງສ່ວນເຖິງຂັ້ນຈຳເປັນຕ້ອງຍືນຮ້ອງລູກຄ້າຕາມຖະໜົນ.
English Collective of Prostitutes ກຸ່ມໂຄສະນາທີ່ມີສຳນັກງານໃນກຸງລອນດອນ ເຊິ່ງເຮັດໜ້າທີ່ການສະໜັບສະໜູນການລົດຖອນຄວາມເປັນອາຊະຍາກຳຂອງການຄ້າປະເພນີ ໃຫ້ຄຳແນະນຳພວກຜູ້ຍິງໃນອຸດສາຫະກຳທາງເພດ ທັ້ງໃນດ້ານຄວາມປອດໄພ ແລະ ຂໍ້ກົດໝາຍ ໃຫ້ສຳພາດກັບສະກາຍນິວວ່າ ມີຜູ້ຄົນໂທເຂົ້າມາປຶກສາຜ່ານາສາຍດ່ວນເພີ່ມຂຶ້ນເຖິງ 1 ໃນ 3 ຊ່ວງລະດູຮ້ອນນີ້ ທ່າມກາງເງິນເຟີ້ສູງສຸດເປັນປະຫວັດສາດ ແລະ ວາຄາພະລັງທີ່ພຸ່ງສູງ.
ນິກິ ອາດຳ ໂຄສົກຂອງກຸ່ມແຄມເປນ ທີ່ຊ່ວຍຜູ້ຍິງຫຼາຍພັນຄົນຕະຫຼອດຊ່ວງ 30 ປີທີ່ຜ່ານມາ ກ່າວວ່າ ຄ່າຄອງຊີບທີ່ພຸ່ງສູງຕອນນີ້ກຳລັງຍູ້ແມ່ຍິງເຂົ້າສູ່ການບໍລິການທາງເພດໃນແນວທາງທີ່ຫຼາກຫຼາຍ ທັງຖະໜົນ ໃນສະຖານທີ່ ຫຼື ທາງອອນລາຍ.
ສິ່ງທີ່ເຮົາກຳລັງພົບເຫັນແມ່ນຄົນທີ່ອອກມາຂາຍບໍລິການທາງເພດເຮັດວຽກໃນສະຖານທີ່ຫຼໍ່ແຫຼມ ນັ່ນໝາຍຄວາມວ່າພວກເຂົາມີຄວາມສາມາດໃນການປົກປ້ອງຕົນເອງນ້ອຍລົງທັງຈາກຄວາມຮຸນແຮງ ແລະ ການສະແຫວງຫາຜົນປະໂຫຍດ ແລະ ໝາຍຄວາມເຊັ່ນກັນວ່າ ສະພາບແວດລ້ອມຂອງວຽກຂາຍບໍລິການກຳລັງເສື່ອມລົງເຖິງຈຸດໜຶ່ງ ຈຸດທີ່ຍູ້ຊີວິດຂອງແມ່ຍິງເຫຼົ່ານັ້ນຢູ່ໃນຄວາມສ່ຽງ.