ຮູ້ຫຼືຍັງ? ກິນໄຂ່ກິນທຸກມື້ດີຕໍ່ສຸຂະພາບ.
ໄຂ່ໄກ່ເປັນອາຫານທີ່ອຸດົມໄປດ້ວຍຄຸນຄ່າທາງໂພຊະນາການ ແລະ ມີສານອາຫານອີກຫຼາກຫຼາຍຊະນິດທີ່ໃຫ້ປະໂຫຍດກັບຮ່າງກາຍ ສາມາດກິນໄດ້ທຸກມື້ ບໍ່ວ່າຈະເປັນຕອນເຊົ້າ ຕອນທ່ຽງ ຫຼື ຕອນຄໍ່າກໍຕາມ ເຖິງແມ່ນວ່າໄຂ່ຈະປພກອບດ້ວນສານອາຫານທີ່ມີຄຸນຄ່າພຽງໃດ ແຕ່ກໍຍັງມີຫຼາຍຄົນທີ່ບໍ່ອາດເລືອກກິນໄຂ່ໄດ້ທຸກມື້ ເພາະວ່າບໍ່ມີະລິມານ ຄໍເລສເຕີຣໍຄ່ອນຂ້າງສູງ ມື້ນີ້ເຮົາມີຂໍ້ມູນກ່ຽວກັບເລື່ອງການກິນໄຂ່ທຸກມື້ດີຕໍ່ສຸຂະພາບແນວໃດມາບອກ.
• ຊ່ວຍບຳລຸງລະບົບປະສາດ ແລະ ສະໝອງ ໃນໄຂ່ໄກ່ 1 ໜ່ວຍຈະມີໂຄລີນຫຼາຍເຖິງ 20% ສຳຫຼັບໂຄລີນເປັນສ່ວນຍປະກອບຂອງເຍື່ອຫຸ້ມເຊວ ເຮັດໃຫ້ສະໝອງ ແລະ ລະບົບປະສາດແຂງແຮງ ຊ່ວຍໃຫ້ທ່ານມີຄວາມຈຳທີ່ດີຂຶ້ນ
• ມີທາດເຫຼັກທີ່ຊ່ວຍຜະລິດເຊວເມັດເລືອດ ເຮັດໃຫ້ໃບໜ້າສົດໃສ ແລະ ວິຕາມິນ B1 ແລະ ວິຕາມິນ B2 ໃນໄຂ່ໄກ່ສາມາດຊ່ວຍກຳຈັດໄຂມັນໄດ້ອີກດ້ວຍ
• ເປັນອາຫານທີ່ດີໃນການຊ່ວຍບັນເທົາຄວາມເມື່ອຍ ຟື້ນຟູກຳລັງຂອງຮ່າງກາຍ ແລະ ຜ່ອນຄາຍຄວາມກົດດັນໄດ້
• ສຳຫຼັບຜູ້ທີ່ຮັກສາຫຸ່ນ ແລະ ລົດນໍ້າໜັກ ການກິນໄຂ່ມື້ລະ 2 ໜ່ວຍໃນຊ່ວງຕອນເຊົ້າ ຈະເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຕ້ອງການ ເພາະແຕ່ລະໜ່ວຍມີພຽງ 75 ແຄລໍຣີ່ເທົ່ານັ້ນ ຈຶ່ງເຮັດໃຫ້ຮູ້ສຶກອີ່ມທ້ອງ
• ຊ່ວຍບຳລຸງສາຍຕາ ໃນໄຂ່ໄກ່ມີສານຕ້ານອານຸມູນອິດສະຫຼະຢ່າງ ລູທີນ ແລະ ຊີແຊນທີນ ຊ່ວຍປ້ອງກັນເນື້ອເຍື່ອຈໍຕາ ແລະ ການເສື່ອມຂອງຈໍປະສາດຕາສານອາຫານເຫຼົ່ານີ້ ຈະພົບໄດ້ສູງໃນມອນໄຂ່.