ມອສໂກກ່າວຫາຢູເຄຼນ “ກໍ່ການຮ້າຍ” ວາງຢາພິດທະຫານຣັດເຊຍ ເລັງມອບຫຼັກຖານອົງການຫ້າມອາວຸດເຄມີ.
ກະຊວງປ້ອງກັນປະເທດຣັດເຊຍກ່າວຫາຢູເຄຼນວາງຢາພິດທະຫານຂອງພວກເຂົາບາງສ່ວນໃນຊາປໍຣິບເຊຍ ແຄວ້ນທາງຕາເວັນອອກສຽງໃຕ້ ໃນຊ່ວງທ້າຍເດືອນກໍລະກົດກຽມມອບຫຼັກຖານໃຫ້ອົງການຫ້າມອາວຸດເຄມີໄວໆນີ້.
ແນວໃດກໍຕາມທີ່ປຶກສາຂອງກະຊວພາຍໃນຢູເຄຼນກ່າວໃນວັນເສົາ (20 ສິງຫາ) ຕອບໂຕ້ວ່າ ຄຳກ່າວຫາຢາພິດອາດຈະເກີດຈາກກອງກຳລັງຣັດເຊຍຮັບປະທານຊີ້ນກະປ໋ອງໝົດອາຍຸກໍເປັນໄດ້.
ກຳລັງພົນຣັດເຊຍຈຳນວນໜຶ່ງຖືກນຳຕົວສົ່ງໂຮງໝໍ ດ້ວຍອາການ “ຖືກວາງຢາພິດຮຸນແຮງ” ໃນວັນທີ່ 31 ກໍລະກົດ ແລະ ຜົນກວດສານພິດໃນຮ່າງກາຍຂອງພວກເຂົາພົບ “ໂບທູລິນທັອກຊິນ ຊະນິດບີ” ໃນຮ່າງກາຍຂອງພວກເຂົາ ກະຊວງປ້ອງກັນປະເທດມອສໂກລະບຸ.
“ໃນຂໍ້ເທັດຈິງທີ່ວ່າການກໍ່ການຮ້າຍທາວເຄມີອານຸມັດໂດຍລັດຖະບານຂອງປະທານາທິບໍດີ ວາລາດິເມຍ ປູຕິນ ຣັດເຊຍກຳລັງກຽມຫຼັກຖານສະໜັບສະໜູນ ດ້ວຍຜົນການວິເຄາະທັງໝົດ” ກະຊວງປ້ອງກັນປະເທດຣັດເຊຍລະບຸໃນຖ້ອຍຖະແຫຼງ.
ຖ້ອຍຖະແຫຼງບໍ່ໄດ້ລະບຸວ່າມີທະຫານຫຼາຍໜ້ຶອຍສໍ່າໃດທີ່ຖືກວາງຢາພິດ ຫຼື ອາການຂອງກຳລັງເຫຼົ່ານັ້ນເປັນແນວໃດ ນອກຈາກນີ້ ບໍ່ໄດ້ໃຫ້ລາຍລະອຽດວ່າແມ່ນຫຍັງເປັນຫຼັກຖານສະໜັບສະໜູນທີ່ກ່ຽວຂ້ອງ.
ໂບທູລິນຳທັອກຊິນ ຊະນິດບີ ເປັນພິດທີ່ທຳລາຍປະສາດ ທີ່ສາມາດກໍ່ໂລກໂບທູລິຊຶມ ຄັ້ງທີ່ຮັບປະທານສານປົນເປື້ອນເຂົ້າໄປ ແນວໃດກໍຕາມມັນສາມາດໃຊ້ໃນທາງການແພດເຊັ່ນກັນ.