ຄວາມສະຫງົບຈົບສິ້ນ! ສະວິດເຊີແລນເຕືອນຜູ້ຄົນອາດຈະລຸກຮື້ປົ້ນສະດົມ ຫາກເກີດວິກິດພະລັງງານໃນລະດູໜາວ.

ຄວາມສະຫງົບຈົບສິ້ນ! ສະວິດເຊີແລນເຕືອນຜູ້ຄົນອາດຈະລຸກຮື້ປົ້ນສະດົມ ຫາກເກີດວິກິດພະລັງງານໃນລະດູໜາວ.


ປະຊາຊົນອາດຈະລູກຮື້ ແລະ ເລືອກຫົນທາງແຫ່ງການປົ້ນສະດົມ ຫາກວ່າສະວິດເຊີແລນ ປະສົບບັນຫາຂາດແຄນພະລັງງານຢ່າງຮຸນແຮງໃນຊ່ວງລະດູໜາວນີ້ ຈາກຄຳເຕືອນຂອງຕຳຫຼວດລະດັບຜູ້ບັນຊາການລາຍໜຶ່ງ ທີ່ໃຫ້ ສຳພາດກັບສື່ມວນຊົນທ້ອງຖິ່ນໃນວັນເສົາ (20 ສິງຫາ).

ເຟຣດໍ ຟາສເລີ ຜູ້ບັນຊາການປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາຂອງຕໍາຫຼວດ St. Gallen ໃຫ້ສຳພາດກັບ Blick ໜັງສືພິມພາສາເຢຍລະມັນ ວ່າບັນຫາໄຟຟ້າດັບອາດຈະນຳມາສູ່ຜົນລັບທີ່ບໍ່ຄາດຄິດ.


“ລອງຈິນຕະນາການເບິ່ງ ທ່ານບໍ່ສາມາດຖອນເງິນຈາກຕູ້ເອທີເອັມໄດ້ອີກຕໍ່ໄປ ທ່ານບໍ່ສາມາດໃຊ້ບັດເຄດິດຈັບຈ່າຍຊື້ຂອງໃນສູນການຄ້າ ຫຼື ເຕີມຊື້ເພີງຕາມສະຖາບໍລິການໄດ້ອີກແລ້ວ ເຄື່ອງສ້າງຄວາມຮ້ອນຢຸດເຮັດວຽກ ມັນໜາວຫຼາຍ ທະໜົນຫົນທາງມືດມິດ ມັນມີຄວາມເປັນໄປໄດ້ທີ່ຜູ້ຄົນຈະກໍ່ກະບົດ ຫຼື ຈະມີການປົ້ນສະດົມ” ເຂົາກ່າວ ແລະ ລະບຸວ່າ ບັນດາເຈົ້າໜ້າທີ່ຂອງປະເທດຄວນໃຊ້ມາດຕະການຕ່າງໆ ເພື່ອກຽມພ້ອມກັບຄວາມຮັບມືເປັນໄປໄດ້ທີ່ຈະເກີດສະຖານະການຮຸນແຮງດັ່ງກ່າວ.


ທັ້ງນີ້ ແມ່ນວ່າ ຟາສເລີ ບໍ່ເຊື່ອວ່າ ສະຖານະການໂຫດຮ້າຍດັ່ງກ່າວຂະເກີດຂຶ້ນແທ້ ແຕ່ຕຳຫຼວດເຄີຍກຽມພ້ອມຮັບມືກັບສະຖານະການລັກສະນະນີ້ມາແລ້ວ ໂດຍກ່ອນໜ້ານີ້ເຄີຍມີການຝຶກຊ້ອມໃນປີ 2014 ໃນການກຽມພ້ອມຮັບມືກັບເຫດໄຟຟ້າດັບທີ່ເຜີຍໃຫ້ເຫັນເຖິງຂໍ້ບົກພ່ອງໃຫຍ່ຕ່າງໆ ໃນນັ້ນລວມເຖິງການຂາດແຄນເຄື່ອງກຳເນີດໄຟຟ້າສຸກເສີນ ທັ້ງສຳຫຼັບຕຳຫຼວດ ໂຮງໝໍ ແລະ ໂຄງສ້າງພື້ນຖານສຳຄັນອື່ນໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page