7 ວິທີຊ່ວຍຫຼຸດຄວາມຄຽດ ຕົ້ນເຫດທີ່ເຮັດໃຫ້ເຮົາແກ່ໄວ

ບໍ່ມີໃຜຢາກແກ່ກ່ອນໄວແມ່ນບໍ? ແລ້ວເຮົາຮູ້ຫຼືບໍວ່າຄວາມຄຽດແລະຄວາມຢ້ານຈະເຮັດໃຫ້ເຮົາແກ່ໄວຂື້ນ? ລອງໃຊ້ 7ວິທີນີ້ເພື່ອຊ່ວຍຫຼຸດຄວາມຄຽດລົງໜ້ອຍໜື່ງດີກວ່າ


1.ປ່ອຍວາງເລື່ອງຕ່າງໆຖິ້ມໄປ: ເຮົາຕ້ອງລອງປ່ຽນມຸມມອງເບິ່ງ ຫຼາຍຄົນມັກເສຍເວລາໄປກັບການຮູ້ສຶກຜິດທີ່ບໍ່ສາມາດຮັກສາສົມດູນຊີວິດໄດ້ດີພໍ ແຕ່ເຊື່ອບໍ່ວ່າຄວາມຈິງແລ້ວ ເຮົາຈະຮູ້ສຶກວ່າຊີວິດລົງຕົວໄດ້ຕາບໃດທີ່ເຮົາຍັງມີເປົ້າໝາຍແລະຄວາມຝັນຢູ່ໃນໃຈ


2.ຄິດໃຫ້ໄດ້ວ່າພຽງເຮົາເຮັດດີກໍພໍແລ້ວ: ຢຸດເສຍເວລາກັບການເຮັດທຸກຢ່າງໃຫ້ສົມບູນແບບບໍ່ວ່າຈະເປັນການສະເໜີວຽກງານ ການເຮັດໃຫ້ດີໄດ້ຈັກ 80%ນັ້ນກໍນັບວ່າພຽງພໍແລ້ວເພື່່ອທີ່ຈະມີເວລາໄປເຮັດວຽກງານຢ່າງອື່ນກັນຕໍ່ໄປ
3.ຢ່າບ້າເຮັດວຽກຫຼາຍເກີນໄປ: ຄົນບ້າຄັ່ງເຮັດວຽກມັກຄິດວ່າ “ຈະຫຼັບໃນຕອນທີ່ຕາຍເທົ່ານັ້ນ” ແຕ່ປະເດັນຄືການທີ່ບໍ່ຫຼັບນັ້ນຈະເຮັດໃຫ້ເຮົາຕາຍໃນບໍ່ຊ້າກໍໄວນີແນ່ນອນ ຄວາມເໝື່ອຍລ້າບໍ່ແມ່ນກຽດສັກສີຫາກບໍ່ນອນຫຼັບພັກຜ່ອນໃຫ້ເຕັມອີ່ມເຮົາກໍເຮັດປະໂຫຍດໃຫ້ຕົນເອງໄດ້ບໍ່ເຕັມທີ່ເຊັ່ນກັນ.


4.ຫຼຸດເວລາເດີນທາງ ກໍຫຼຸດເວລາຄຽດໄດ້: ຫາກຕ້ອງເລືອກໝໍຟັນຫຼືຊ່າງຕັດຜົມຄົນໃໝ່ ກໍໃຫ້ຫາຄົນທີ່ຢູ່ໃກ້ບ້ານຂອງເຮົາທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພາະຜົນດີຄືເຮົາຈະໄດ້ປະຢັດເວລາແລະນໍ້າມັນໄປໄດ້ຫຼາຍເຊັ່ນດຽວກັນກັບການເລືອກກິດຈະກຳທີ່ເຮັດຮ່ສມກັນກັບຄົນໃນຄອບຄົວເົຮາກໍຄວນເລືອກຢູ່ໃນພື້ນທີ່ຊຸມຊົນໃກ້ໆ


5.ປະຕິດເສດຄົນອື່ນເພື່ອຕົວເຮົາເອງເບິ່ງ: ເຮົາກຳລັງຖຶກຂໍຮ້ອງໃຫ້ຮ່ວມງານສັງຄົມ ຈົນບໍ່ມີເວລາວ່າງໃຫ້ຄົນໃນຄອບຄົວຢູ່ຫຼືບໍ? ການປະຕິເສດຄົນອື່ນນັ້ນບໍ່ໄດ້ເຮັດໃຫ້ເຮົາເປັນຄົນເຫັນແກ່ຕົວຖ້າເຮົາຢາກໃຫ້ເວລາກັບຕົນເອງງານຕ່າງໆທີ່ບໍ່ສຳຄັນບໍ່ມີເຮົາກໍຍັງດຳເນີນໄປໄດ້
6.ພັກເຄື່ອງແລ້ວປ່ອຍວາງ: ວິທີທີ່ໄວທີ່ສຸດໃນການພັກຜ່ອນຄືການປິດໂທລະສັບ,ຄອມພິວເຕີ… ແລະມີຄວາມສຸກກັບຊີວິດທີປາສະຈາກສິ່ງລົບກວນຕ່າງໆມີບາງຄົນມັກຮູ້ສຶກກັງວົນເວລາເບິ່ງໂຊຊຽວເຫັນຂ່າວຕ່າງໆ


7.ເປີດໃນຮັບຄວາມຫຍຸ້ງຍາກເບິ່ງ: ຄົນມັກລະບຽບຄິດວ່າທຸກໆຢ່າງຕ້ອງມີທີ່ຂອງມັນແລະຈະຕ້ອງຢູ່ໃນທີ່ ທີ່ມັນຄວນຢູ່ສະເໝີ ຕ້ອງວາງໃຫ້ເປັນລະບຽບ,ສິ່ງຂອງຕ້ອງສະອາດຢູ່ສະເໝີ ບາງທີ່ກໍຕ້ອງຍອມຮັບກັບຄວາມຫຍຸ້ງຍາກເບິ່ງເພາະມັນຈະມາພ້ອມກັບປະສົບການ

Leave a Reply

Your email address will not be published. Required fields are marked *

You cannot copy content of this page