6 ວິທີສອນລູກ ຊ່ວຍໃຫ້ມີທັດສະນະຄະຕິທີ່ດີ ບໍ່ເຫັນແກ່ຕົວຕອນໃຫຍ່


ຢາກໃຫ້ລູກເປັນຄົນດີ,ຕິດດິນແລະບໍ່ເຫັນແກ່ຕົວຕອນໃຫຍ່ຄວາມຄາດຫວັງຂອງພໍ່ແມ່ທຸກຄົນກໍຕ້ອງຢາກໃຫ້ລູກນັ້ນເຕີບໃຫຍ່ມາເປັນຄົນດີ ແຕ່ການທີ່ລູກຈະເປັນຄົນດີນັ້ນຕ້ອງເລີ່ມສອນຕັ້ງແຕ່ໜ້ອຍ ແຕ່ຈະສອນແນວໃດມາເລີ່ມຕົ້ນສອນ 6ຂໍ້ດັ່ງລຸ່ມນີ້ໄດ້ເລີຍ:


1.ສອນລູກໃຫ້ເຮັດວຽກບ້ານ: ຝຶກໄດ້ຕັ້ງແຕ່ຕອນ 3ປີ ໃຫ້ລູກຊ່ວຍເຮັດວຽກເລັກໆໜ້ອຍໆເຊັ່ນ: ກວາດເຮືອນ, ຖູເຮືອນ,ເຊັດໂຕະ… ຢ່າໃຫ້ລູກຮຽນໜັງສືຢ່າງດຽວຫຼືຢູ່ກັບໂລກອອນລາຍຫຼາຍເກີນໄປແລະຕ້ອງສ້າງນິໄສໃຫ້ເປັນຄົນທີ່ມີຄວາມຮັບຜິດຊອບນຳ.


2. ສອນລູກໃຫ້ຮູ້ຈັກຄຸນຄ່າຂອງຊັບພະຍາກອນອ້ອມຕົວ: ເລີ່ມຝຶກໄດ້ຈາກເລື່ອງໃກ້ຕົວເຊັ່ນ: ເຂັ້ມງວດໃຫ້ລູກປິດໄຟເມື່ອບໍ່ໃຊ້ໄຟ, ປິດກັອກນ້ຳຫຼັງໃຊ້, ຕັກເຂົ້າແຕ່ພໍຮັບປະທານເທົ່ານັ້ນແລະຕ້ອງກິນໃຫ້ໝົດຈານ,ບໍ່ກິນຖິ້ມກິນເສຍເປັນການສອນລູກໃຫ້ເປັນຄົນທີ່ຮູ້ຈັກໃຊ້ສິ່ງຂອງແລະຊັບພະຍາກອນຢ່າງປະຢັດ.


3.ສອນລູກໃຫ້ໃຊ້ເງີນເປັນ: ພໍ່ແລະແມ່ຄວນສອນໃຫ້ຮູ້ຈັກການເກັບອອມ ເລີ່ມຈາກຢາກໄດ້ຫຍັງໃຫ້ເກັບເງີນຊື້ເອງ ຈະໄດ້ເຫັນຄຸນຄ່າຂອງເງີນແລະບໍ່ໄດ້ຫຍັງມາງ່າຍໆແລະພໍ່ແມ່ຕ້ອງເປັນຕົວຢ່າງທີ່ດີກັບລູກໃນການໃຊ້ຈ່າຍບໍ່ຟຸ້ມເຟືອຍເກີນຖານະ.
4.ສອນລູກໃຫ້ຮູ້ຈັກໜ້າທີ່ຕົນເອງ: ສອນໃຫ້ລູກເຫັນຄວາມສຳຄັນຂອງການຮຽນ,ມີຄວາມຮັບຜິດຊອບ ການສຶກສາເປັນສິ່ງທີ່ສຳຄັນ ເຮົາຈະເຫັນໄດ້ວ່າຄົນທີ່ປະສົບຄວາມສຳເລັດໃນຊີວິດສ່ວນໃຫຍ່ມີເບື້ອງຫຼັງມາຈາກການເປັນຄົນທີ່ຮັກການຮຽນຮູ້ແລະມີການສຶກສາທີ່ດີ.


5.ສອນລູກໃຫ້ເປັນຄົນອ່ອນນ້ອມ: ໃຫ້ເປັນຄົນທີ່ສຸພາບຮຽບຮ້ອຍ,ໃຫ້ກຽດຜູ້ອື່ນ,ອອ່ນໂຍນເພາະຄົນທີ່ອ່ອນນ້ອມຖ່ອມຕົນໄປຢູ່ໃນສັງຄົມໃດກໍຈະເປັນທີ່ຮັກຂອງທຸກຄົນ
6.ສອນລູກໃຫ້ເປັນຄົນທີ່ບໍ່ເຫັນແກ່ຕົວ: ພໍ່ແລະແມ່ຄວນສອນໃຫ້ເປັນຄົນທີ່ມີຈິດໃຈເມດຕາ,ເອື້ອເຟື້ອເພື່ອແຜ່ ຮູ້ຈັກການເສຍສະຫຼະ ບໍ່ບຽດບຽນຜູ້ອື່ນ,ຮູ້ຈັກໃຫ້ແລະຮັບໃຫ້ໜ້ອຍເຊັ່ນ: ສອນໃຫ້ລູກເບິ່ງແຍງສັດລ້ຽງແລະຕົ້ນໄມ້,ສອນໃຫ້ລູກຊ່ວຍເຫຼືອຜູ້ທີ່ບໍ່ມີໂອກາດ,ປູກຝັງໃຫ້ລູກເປັນຄົນທີ່ມີຈິດອາສາໃນການຊ່ວຍເຫຼືອ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page