ອາຊີເດືອດ! ຢີ່ປຸ່ນວາງແຜນຈະຍິງລູກສອນໄຟໄລຍະ 1ພັນກິໂລແມັດ ເພື່ອເພີ່ມຄວາມສາມາດຕໍ່ສູ້ກັບຈີນ.

ອາຊີເດືອດ! ຢີ່ປຸ່ນວາງແຜນຈະຍິງລູກສອນໄຟໄລຍະ 1.000ກິໂລແມັດ ເພື່ອເພີ່ມຄວາມສາມາດຕໍ່ສູ້ກັບຈີນ.


ຢີ່ປຸ່ນກຳລັງພິຈາລະນາປະຈຳການລູກສອນໄຟໄລຍະໄກ 1.000ກິໂລແມັດ ເພື່ອເພີ່ມຄວາມສາມາດຕໍ່ສູ້ກັບໃນການໂຈມຕີຕອບໂຕ້ຈີນ


ເຊິ່ງມີການອ້າງອີງຈາກແຫຼ່ງຂ່າວລັດຖະບານລະບຸວ່າ ລູກສອນໄຟດັ່ງກ່າວຈະເປັນການດັດແປງອາວຸດທີ່ມີຢູູ່ໃນປະຈຸບັນ ຂະຫຍາຍໄລຍະໄກຈາກລະດັບ 100ກິໂລແມັດສູ່ 1.000ກິໂລແມັດ ອາວຸດດັ່ງກ່າວເຊິ່ງມີທັງຍິງຈາດເຮືອແລະຍົນ ຈະຖືກນຳປະຈຳການເປັນສ່ວນໃຫຍ່ແຖວເກາະນັນເຊແລະສັກກາຍະພາບໂຈມຕີໄດ້ໄກເຖິງພື້ນທີ່ຊາຍຝຣັ່ງຂອງເກົາຫຼີເໜືອແລະຈີນ


ຕົວແທນຂອງກະຊວງການຕ່າງປະເທດຢີ່ປຸ່ນ ຍັງບໍ່ໄດ້ສະແດງຄວາມຄິດເຫັນຫຼັງສື່ມວນຊົນຕິດຕໍ່ສອບຖາມຂໍຄວາມຄິດເຫັນຕໍ່ການລາຍງານດັ່ງກ່າວ ຈາກການຕີຄວາມຕາມລັດຖະທຳມະນູນຍຸກຫຼັງສົງຄາມ ຢີ່ປຸ່ນຖືກກຳໜົດໃຫ້ປະຕິເສດການເຮັດສົງຄາມແລະສາມາດໃຊ້ກອງກຳລັງສະເພາະປ້ອງກັນຕົນເອງເທົ່ານັ້ນ

ແນວໃດກໍຕາມໃນຊ່ວງບໍ່ຮອດປີທີ່ຜ່ານມາພວກເຂົາຍົກລະດັບການໃຊ້ຈ່າຍດ້ານການທະຫານແລະໃຊ້ຍຸດທະສາດທີ່ແນ່ນອນກວ່າເກົ່າ ນອກນັ້ນພວກເຂົາຍັງລະເວັ້ນໄວ້ເຊິ່ງການປະຈຳການລູກສອນໄຟໄລຍະໄກເຊັ່ນດຽວກັບຄອບຄອງຢ່າງຈຳກັດຕໍ່ອາວຸດທີ່ສາມາດໂຈມຕີເປົ້າໝາຍຕ່າງປະເທດໄດ້.

ແຫຼ່ງຂ່າວທີ່ມາ: ຄຸຍທຸກເລື່ອງກັບສົນທິ

Leave a Reply

Your email address will not be published. Required fields are marked *

You cannot copy content of this page