ບໍ່ພຽງແຕ່ຂົ່ມຂູ່! ຈີນຄັດຄ້ານສະຫະລັດຢ່າງໜັກແໜ້ນ ຢ່າຄິດລໍ້າເສັ້ນອັນຕະລາຍໃນເລື່ອງໄຕ້ຫວັນ
ຈີນອອກເອກະສານສຳຄັນທີ່ຕັ້ງຈະໃຊ້ເຕືອນໃຈຝ່າຍຕາເວັນຕົກວ່າ ຈີນຈະບໍ່ຍອມຫຼຸດຜ່ອນເລື່ອງຈຸດຢືນຂອງຕົນກ່ຽວກັບໄຕ້ຫວັນ ນັ້ນຄືໄຕ້ຫວັນເປັນສ່ວນໜື່ງຂອງຈີນ ເຊິ່ງຈະຕ້ອງນຳມາລວມຊາດກັບແຜ່ນດິນໃຫຍ່ຢ່າງຫຼີກລ່ຽງບໍ່ໄດ້
ເລື່ອງນີ້ເປັນເລື່ອງອະທິປະໄຕ ຈີນບໍ່ໄດ້ພຽງຂົ່ມຂູ່ ຖ້າໃຜຍົກລະດັບການລະເມີດທ້າທາຍເສັ້ນສີແດງອັນຕະລາຍນີ້ ກໍຖືວ່າເປັນພືດຕິການແຫ່ງສົງຄາມ
ດ້ວຍການບິນໄປອາຊີແລະລົງຢ້ຽມໄທເປ ປະທານສະພາຜູ້ແທນລາດສະຫະລັດ ແນນຊີ ເພໂລຊີ ກໍໄດ້ສະແດງຄວາມບໍ່ເຄົາລົບໃນຫຼັກການ “ ຈີນດຽວ” ລວມທັງບໍ່ເຄົາລົບໃນຄວາມເປັນຈິງທີ່ວ່າ ໄຕ້ຫວັນເປັນມົນທົນໜື່ງຂອງຈີນ
ເພໂລຊີກ້າວລ່ວງລໍ້າເສັ້ນສີແດງບໍ່ຍອມໃຫ້ລະເມີດຂອງຈີນເຂົ້າໃຫ້ແລ້ວ ແບບທີ່ພວກເຂົາສັນຍາເອົາໄວ້ ຈີນໄດ້ຕອບໂຕ້ໂດຍຈັດການຊ້ອມຮົບດ້ວຍລູກ ປືນແທ້ ຂຶ້ນມາຕະຫຼອດທົ່ວທັງເກາະຕ້ຫວັນ ຖືເປັນຄັ້ງທຳອິດໃນປະຫວັດສາດ ຄວາມສຳພັນລະຫວ່າງແຜ່ນດິນໃຫຍ່ກັບໄຕ້ຫວັນ ທີ່ຮຽກກັນວ່າຄວາມສຳພັນຂ້າມຊ່ອງແຄບ.