ມາລະຍາດຢູ່ໃນບ່ອນເຮັດວຽກເພື່ອຈະເບິ່ງວ່າດີ…ໃນສາຍຕາຄົນອື່ນ

ການມີມາລະຍາດໃນບ່ອນເຮັດວຽກ ນັບວ່າເປັນສິ່ງທີ່ຄວນໃຫ້ຄວາມສຳຄັນ ເປັນອັນດັບຕົ້ນໆບໍ່ແພ້ເລື່ອງອື່ນ ຄວນຄິດເຖິງເລື່ອງມາລະຍາດໄວ້ສະເໝີດັ່ງ 6ຂໍ້ລຸ່ມນີ້ທີ່ຄວນຮູ້ໄວ້ແລະນຳໄປໃຊ້ຮັບຮອງວ່າເປັນທີ່ຮັກຂອງທຸກຄົນແນ່ນອນ:




1.ບໍ່ຂັດຄໍຫຼືເວົ້າແຊກຕອນຄົນອື່ນເວົ້າ: ຄົງຈະບໍ່ດີຖ້ານໃນລະຫວ່າງການສົນທະນາຖືກຂັດຈັງຫວະ ຈາກໃຜບາງຄົນເຊິ່ງພຶດຕິກຳການເວົ້າແຊກຫຼືເວົ້າຂັດຄໍບໍ່ແມ່ນພຶດຕິກຳທີ່ບໍ່ໜ້າຮັກໃນການເຮັດວຽກເພາະນອກຈາກເຮົາໃຫ້ຈັງຫວະການສົນທະນາເສຍແລ້ວອາດເຮັດໃຫ້ບັນຍາກາດໃນການສົນທະນາບໍ່ດີິລົງພາຍໃນບໍ່ຮອດວິນາທີແລະເພື່ອຮ່ວມງານຈະເບິ່ງວ່າເຮົາບໍ່ມີມາລະຍາດ



2.ບໍ່ຄວນຮັບປະທານອາຫານກິ່ນແຮງ: ລອງຄິດເບີ່ງຖ້າເຮົານັ່ງເຮັດວຽກພ້ອມກັບໄດ້ກິ່ນໝາກຖົ່ວລຽນຫຼືຕຳໝາກຮຸ່ງໄປພ້ອມຈະເປັນແນວໃດ ຄົງຮູ້ສຶກບໍ່ໄດ້ແມ່ນບໍ່ ບາງທີເຮົາອາດຈະບໍ່ມີສະມາທິໃນການເຮັດວຽກ ດັ່ງນັ້ນຈົງຫຼີກລ່ຽງການຮັບປະທານອາຫານທີ່ກິ່ນແຮງໆຈະດີກວ່າ ອົດໃຈຖ້າໄປກິນຕອນພັກທ່ຽງຈະດີກວ່າ


3.ຂອງສ່ວນລວມຄືສ່ວນລວມ ຂອງສ່ວນຕົວຄືສ່ວນຕົວ: ເຮົາຕ້ອງແຍກໃຫ້ອອກວ່າສິ່ງໃດຄືຂອງສ່ວນຕົວ ສິ່ງໃດຄືຂອງສ່ວນລວມ ເຮົາຈະບໍ່ມັກແນ່ນອນຖ້າມີເພື່ອນຮ່ວມງານ ເອົາເຄື່ອງຂອງເຮົາໄປໃຊ້ ໂດຍບໍ່ໄດ້ຂໍອານຸຍາດໃຫ້ຕິດໄວ້ສະເໝີວ່າຂອງສ່ວນລວມຄືຂຶງສ່ວນລວມ ທຸກຄົນສາມາດໃຊ້ແລະແຊກັນໄດ້ ຂອງສ່ວນຕົວຄືສ່ວນຕົວ ຖ້າເອົາໄວ້ຄວນໄດ້ຮັບອານຸຍາດກ່ອນ


4.ແຕ່ງກາຍສຸພາບ ເບິ່ງສະອາດ: ການແຕ່ງກາຍຄວນແຕ່ງໃຫ້ສຸພາບ ແລະເຄົາລົບສະຖານທີ່ ບໍ່ມີໃຜມັກແນ່ນອນຖ້າເຮົາໃສ່ເສື້ອສາຍດ່ຽວກະໂປ່ງສັ້ນມາເຮັດວຽກແຕ່ຖ້າບໍ່ຮູ້ຈະແຕ່ງແບບໃດລອງເຂົ້າເວັບໄຊ້ເບິ່ງເພື່ອທີ່ຊ່ວຍເຮົາໄດ້.
5.ຮັກສາຄວາມສະອາດ: ບໍ່ວ່າຈະຢູ່ບ່ອນໃດສິ່ງໜື່ງທີ່ຕ້ອງເຮັດຄືຮັກຄວາມສະອາດ ເຊິ່ງໃນບ່ອນເຮັດວຍກແລ້ວການຮັກສາຄວາມສະອາດນັ້ນສຳຄັນຫຼາຍ ດັ່ງນັ້ນຄວນເກັບຮັກສາຄວາມສະອາດໂຕະເຮັດວຽກຂອງຕົນເອງເປັນດີທີ່ສຸດ ບໍ່ແມ່ນພຽງໂຕະເຮັດວຽກເທົ່ານັ້ນແຕ່ເຄື່ອງໃຊ້ສຳນັກງານພ້ອມ.


6.ຢ່າລືມໃຫ້ເຄດິດເພື່ອນຮ່ວມງານ: ການເຮັດວຽກຮ່ວມກັນຍ່ອມມີບັນຫາເຂົ້າມາໃຫ້ແກ້ເປັນເລື່ອງທຳມະດາ ແຕ່ຈະດີກວ່າບໍ່ຖ້າເຮົາຮູ້ຈັກຊື່ນຊົມແລະກ່າວຄຳຂອບໃຈເພື່ອນຮ່ວມງານທີ່ຊ່ວຍເຫຼືອເຮົາໃຫ້ຜ່ານບັນຫານັ້ນໄປໄດ້ດ້ວຍດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page