6 ວິທີບໍລິຫານເງີນ “ການເກັບເງີນ ບໍ່ໃຫ້ເປັນໜີ້”

ບໍ່ວ່າເຮົາຈະເປັນມະນຸດເງີນເດືອນຫຼືເປັນຟຣີແລນ ຫຼາຍຄົນຄົງເຄີຍປະສົບບັນຫາເງີນບໍ່ພໍໃຊ້ຮອດທ້າຍເດືອນ ຖ້າບໍ່ພໍກໍຕ້ອງຫາທາງກູ້ໜີ້ຢືມສິນກັນມາ ການເປັນໜີ້ແບບບໍ່ຮູ້ຈົບ ມື້ນີ້ແອດຈະມາບອກ 6ວິທີໃນການບໍລິຫານເງີນໃຫ້ເປັນດັ່ງນີ້:



1.ຮູ້ຍອດໜີ້ທັງໝົດຈະຊ່ວຍໃຫ້ເຮົາບໍລິຫານຈັດການໜີ້ທັງໝົດໄດ້ດີ: ຫາກເຮົານັ້ນເປັນຄົນໜື່ງທີ່ມີເງີນບໍ່ພໍໃຊ້ຮອດທ້າຍເດືອນ ເຮົາຕ້ອງຈັດການຫຍັງຈັກຢ່າງເຊັ່ນ: ການເບິ່ງພາລະໜີ້ທັງໝົດຂອງເຮົາ ຕັ້ງແຕ່ເງີນຕົ້ນ,ດອກເບ້ຍ ມື້ທີ່ຕ້ອງຊໍາລະເງີນຈຳນວນການຜ່ອນຂັ້ນຕໍ່າຂອງຍອດໜີ້ທີ່ເຮົາມີຢູ່ແລະຢ່າລືມເບິ່ງລາຍຈ່າຍທີ່ເຮົາຕ້ອງຫັກຈາກລາຍໄດ້


2.ຈົດບັນທຶກເລື່ອງຂອງການໃຊ້ຈ່າຍ: ເຊິ່ງຈະເປັນຄ່າໃຊ້ຈ່າຍປະຈຳເດືອນເຊັ່ນ: ຄ່ານໍ້າ,ຄ່າໄຟ,ຄ່າອິນເຕີເນັດຕ່າງໆ ລວມໄປເຖິງຄ່າຜ່ອນຊຳລະບັດເຄດິດ ແລະຢ່າລືມໃຊ້ຈ່າຍເລັກໆໜ້ອຍໆ
3.ເລີ່ມຫຼຸຸດຄ່າໃຊ້ຈ່າຍດ້ວຍການປັບພຶດຕິກຳການໃຊ້ເງີນ: ເຖິງແມ່ນວ່າຈະເຮັດໄດ້ຍາກໃນຊ່ວງທຳອິເ ແຕ່ຖ້າຫາກເຮົານັ້ນລອງປັບພຶດຕິກຳການໃຊ້ເບິ່ງຮັບຮອງວ່າເຮົາຈະມີເງີນເຫຼືອໃຊ້ແນ່ນອນ.


4.ເງີນເຫຼືອຫຼາຍຂຶ້ນກໍຕ້ອງວາງແຜນການເງີນໃຫ້ດີຂຶ້ນ: ຫາກເຮົາມີໜີ້ບັດເຄດິດ ທີ່ເຮົາຕ້ອງຊຳລະຢູ່ ແຕ່ມີເງີນພໍເຫຼືອໃນແຕ່ລະເດືອນແລ້ວ ໃຫ້ນຳເງີນໄປຊຳລະເພີ່ມໃນບັດເຄດິດທີ່ມີອັດຕາດອກເບ້ຍສູງ ເພື່ອໃຫ້ໜີ້ໝົດໄວຂຶ້ນຫຼືຫາກເຮົານັ້ນມີເງີນພໍຈະໃຊ້ໜີ້ບັດແບບຂັ້ນຕໍ່າຢູ່ແລ້ວນຳເງີນສ່ວນທີ່ເຫຼືອນັ້ນເກັບອອມໄວ້ເພື່ອໃຊ້ຍາມສຸກເສີນ.


5. ຢ່າຢຸດຊຳລະໜີ້ເດັດຂາດເພື່ອຮັກສາເຄດິດຂອງເຮົາເອງ: ຢ່າງໜ້ອຍຖ້າເດືອນໃດບໍ່ຄ່ອຍມີກໍໃຫ້ຊໍາລະແບບຂັ້ນຕໍ່າໄປກ່ອນ ເດືອນໃດມີຫຼາຍກໍ່ໃຫ້ຊໍາລະເພີ່ມໄປ ແຕ່ຢ່າຢຸດການຊໍາໜີ້ເດັດຂາດເພາະອາດຈະກາຍເປັນໜີ້ເສຍແລະສົ່ງຜົນກະທົບຕໍ່ເຮົາ


6.ສອງເຫດຜົນທີ່ເຮົາບໍ່ຄວນລີໄຟແນນໜີ້: ເຊິ່ງຈະເປັນການລວມໜີ້ໄວ້ກ້ອນດຽວແລະຜ່ອນຊໍາລະ ເຊິ່ງສ່ວນໃຫຍ່ຈະມີໄລຍະເວລາໃນການຜ່ອນທີ່ຍາວນານ ເບິ່ງຄືວ່າຈະຊ່ວຍແບ່ງເບົາພາລະເຮົາໄດ້ ແຕ່ຄວາມຈິງແລ້ວມັນບໍ່ໄດ້ເປັນຢ່າງທີ່ເຮົາຄິດເພາະວ່າດອກເບ້ຍຂອງຍອດເງີນຕົ້ັ້ນຫຼາຍໆບ່ອນຈະກາຍເປັນເງີນຕົ້ນຂອງການລີໄຟແນນໜີ້ເຖິງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page