10 ພູເຂົາທີ່ຍິ່ງໃຫຍ່ແລະແປກຕາຈາກທົ່ວໂລກ
1. Vinicunca, ເປຣູ ເຊິ່ງຮູ້ຈັກກັນໃນຊື່ພູເຂົາສາຍຮຸ້ງ ມີຄວາມະຫັດສະຈັນຂອງສີສັນທີ່ເກີດຂຶ້ນຈາກການກໍຕົວທາງທຳມະຊາດທີ່ເກີດຈາກສ່ວນປະສົມຂອງແຮ່ທາດຈາກທະເລສາບແລະແມ່ນ້ຳ
2. Kirkjufell,ໄອແລນ: ຕັ້ງຢູ່ທາງຊາຍຝັ່ງທາງເໜືອຂອງຄາບສະຫາສະໝຸດໄນແຟເນດຂອງໄອແລນເຊິ່ງຢູ່ຫ່າງຈາກເມືອງກຣຸນດາເຍຊູໄປບໍ່ໄກເທົ່າໃດ
3. Three Sisters, ອອັດເຕເລຍ: ຕັ້ງຢູ່ບໍລິເວນພູເຂົາບູເມົາເທນທີ່ຢູ່ຫ່າງຈາກຊິສນີໄປພຽງ 2-3ຊົ່ວໂມງ ສາເຫດທີ່ໄດ້ຊື່ວ່າສາມເອື້ອຍນ້ອງກໍມາຈາກຍອດເຂົາຫິນຊາຍສາມຍອດ
4. Matterhorn, ສະວິດເຊີແລນ: ຍອດເຂົາສາມຫຼ່ຽມພີຣະມິດນີ້ເປັນໜື່ງໃນພູເຂົາທີ່ມີຊື່ສຽງທີ່ສຸດໃນຢູໂຣບ ຕັ້ງຢູ່ທີ່ຊາຍແດນທາງຕາເວັນຕົກຂອງສະວິດເຊີແລນ
5. Ama Dablam, ເນປານ: ເປັນພູເຂົາໃນເທຶອກເຂົາຫິມະໄລຕາເວັນອອກທີ່ໄດ້ຊື່ວ່າເປັນໜື່ງໃນພູເຂົາທີ່ງົດງາມທີ່ສຸດໃນໂລກແລະເປັນຄວາມຝັນຂອງນັກປີນເຂົາ
6. Mount Roraima, ເວເນຊູເອລາ: ເປັນພູເຂົາໂຕະຄວາມສູງປະມານ 2.800ແມັດ ເທິງຊາຍແດນຂອງສາມປະເທດຄື: ເວເນຊູເອລາ,ບາວຊິສ ແລະກາຍານາ
7. Table Mountain,ອາຟຣິກກາໃຕ້: ມີພູເຂົາແລະສາຍນໍ້າຫຼາກຫຼາຍທີ່ມີຄວາມໜ້າຕື່ນເຕັ້ນທາງທຳມະຊາດໂດຍສະເພາະພືກສະເພາະຖິ່ນ2.200ຊະນິດແລະດອກໄມ້ອີກ 1.470ຊະນິດ
8. Cerro Torre, ອາເຈນຕິນາແລະຊິລີ ຕັ້ງຢູ່ໃນພາກພື້ນລະຫວ່າງອາເຈນຕິນາແລະຊິລີ ເທິງຍອດເຂົາມັກຈະມີນໍ້າກ້ອນຮູບເຫັດທີ່ເກີດຈາກລມພັດແຮງຢ່າງຕໍ່ເນື່ອງ
9.Zhangjiajie, ຈີນ: ຈາງເຈຍເຈ້ຍເປັນປ່າກື່ງເຂດຮ້ອນແລະເຂດອົບອຸ່ນທາງຕາເວັນຕົກສຽງເນືອຂອງມົນທົນຫູໜານຄວາມໂດດເດັ່ນທີ່ສຸດຄືການກໍ່ຕົວຂອງຫີນຊາຍທີ່ບໍ່ພົບທີ່ໃດໃນໂລກ.
10. Dolomites, ອີຕາລີ: ຍອດເຂົານີ້ມີຄວາມກວ້າງຂ້າມແຂວງ Trentinoແລະ Alto Adige ທີ່ຢື່ນເຂົ້າໄປໃນ Veneto ທີ່ຢູ່ໃກ້ຄຽງຊາວຢູໂຣບແຫ່ກັນມາບ່ອນນີ້ໃຂຊ່ວງລະດູໜາວ.