ໂຮງງານໄຟຟ້ານິວເຄຼຍຊ່ວຍບໍ່ໄຫວ! ເຢຍລະມັນຄ້ານຕໍ່ອາຍຸໃຊ້ງານ ເຫດປະຢັດແກ໊ຊໄດ້ພຽງ 2%
ໂຣເບິດ ຮາເບດ ລັດຖະມົນຕີເສດຖະກິດຂອງເຢຍລະມັນ ປະຕິເສດຄວາມເປັນໄປໄດ້ໃນການຂາຍເວລາອາຍຸໃຊ້ງານໂຮງງານໄຟຟ້າພະລັງງານນິວເຄຼຍທີ່ຍັງເຫຼືອຢູ່ 3ແຫ່ງ ຂອງປະເທດເພື່ອປະຢັດອາຍແກ໊ຊໂດຍບອກວ່າມັນຈະຊ່ວຍປະຢັດໃນການໃຊ້ພຽງ 2%ເທົ່ານັ້ນ
ຮາເບດ ກ່າວລະຫວ່າງສົນທະນາກັບປະຊາຊົນວ່າປະລິມານການປະຢັດ ພະລັງງານດັ່ງກ່າວບໍ່ພຽງພໍແລະບໍ່ມີຄ່າພໍທີ່ຈະເປີດປະເດັນຖົກຖຽງກ່ຽວກັບແຜນຖິ້ມພະລັງງານນິວເຄຼຍ ອາດີດນາຍົກລັດຖະມົນຕີ ອັງເກລາ ແມເຄິນ ນຳສະເໜີກົດໝາຍຢຸດໃຊ້ພະລັງງານນິວເຄຼຍໃນຊ່ວງໝົດປີນີ້
ຫຼັງຫາຍະນະທາງນະນິວເຄຼຍທີ່ໂຮງງານໄຟຟ້າຟຸກຸຊິມະ ໃນຢີ່ປຸ່ນໃນປີ 2011 ຮຽກສຽງສະໜັບສະໜູນແກ່ຜູ້ມີສິດອອກສຽງເລືອກຕັ້ງສ່ວນໃຫຍ່ ແນວໃດກໍຕາມຄວາມຄິດດັ່ງກ່າວກຳລັງປ່ຍນໄປ ທ່າມກາງຄວາມກັງວົນວ່າຈະເກີດວິກິດທາງພະລັງງານໃນລະດູໜາວນີ້ ຕາມຫຼັງຣັດເຊຍຫຼຸດການສົ່ງມອບອາຍແກ໊ຊ.