7 ລັກສະນະຂອງຜູ້ຍິງເກັ່ງທີ່ແທ້ຈິງ ຍຸກນີ້ຈະງາມຢ່າງດຽວຄົງບໍ່ພໍ


ສະໄໝນີ້ເຮົາອາດຈະເຫັນຜູ້ຍິງທີ່ເກັ່ງໆຫຼາຍຄົນ ນອກຈາກຈະງາມແລ້ວຍັງມີຄວາມສາມາດ ຫຼາຍຄົນອາດຈະຢາກເປັນແບບນັ້ນແຕ່ບໍ່ຮູ້ຈະເລີາມຈາກບ່ອນໃດ ລອງອ່ານເບິ່ງ 7ນິໄສຂອງຜູ້ຍິງທີ່ງາມເເລະເກັ່ງດັ່ງລຸ່ມນີ້:


1. ບໍ່ຄິດຫາເລື່ອງຄວາມຮັກຫຼາຍເກີນໄປ: ເຖິງແມ່ນວ່າຈະຍັງບໍ່ມີແຟນເປັນຕົວເປັນຕົນ ກໍບໍ່ໄດ້ຊອກຫາຄວາມຮັກແຕ່ຢ່າງໃດເພາະຮູ້ດີວ່າຜູ້ຍິງທີ່ເກັ່ງແລະມີຄວາມສາມາດ ຈະເປັນສະເໜ່ທີ່ດຶງດູດຜູ້ຊາຍໄດ້ເຮັດຕົນເອງໃຫ້ມີຄຸນຄ່າເອົາໄວ້


2.ໃຫ້ເວລາຢ່າງຄຸ້ມຄ່າ: ບໍ່ມີດອກທີ່ຈະມານັ່ງຫຼິ້ນເຟສບຸກຫຼືຈັບກຸ່ມສົນທະນາກັບໝູ່ເພື່ອນແຕ່ລະມື້ຫຼາຍຊົ່ວໂມງ,ຮູ້ຈັກການວາງແຜນການເຮັດວຽກທຸກຄັ້ງແລະຕັ້ງເປົ້າໝາຍໄວ້ບໍ່ວ່າຈະເປັນເປົ້າໝາຍໄລຍະສັ້ນຫຼືໄລຍະຍາວແຕ່ຈະໃຊ້ເວລາເຮັດວຽກຢ່າງມີປະສິດທິພາບຫຼາຍທີ່ສຸດ
3.ຮຽນຮູ້ສິ່ງໃໝ່ຕະຫຼອດເວລາ: ບໍ່ເຮັດຕົວເປັນນ້ຳເຕັມແກ້ວ ເຖິງແມ່ນວ່າຕົນເອງຈະເປັນຄົນເກັ່ງ ມີຄວາມສາມາດຢູ່ແລ້ວແຕ່ກໍພ້ອມທີ່ຈະຮຽນຮູ້ໃນສິ່ງໃໝ່ໆແລະຊອກຫາຄວາມຮູ້ຢູ່ສະເໝີ ເພາະການພັດທະນາຕົນເອງຈະເປັນໂອກາດທີ່ເຮັດໃຫ້ໄດ້ເຕີບໂຕ


4.ກ້າເວົ້າຂໍໂທດແລະຂອບໃຈ: ການເຮັດເລື່ອງທີ່ຜິດພາດຫຼືຕ້ອງໄດ້ຂໍຄວາມຊ່ວຍເຫຼືອຈາກຄົນອື່ນມັນບໍ່ແມ່ນເລື່ອງທີ່ໜ້າອາຍ ໃຜທກໍເຄີຍຜິດພາດກັນທັງມົດ ແຕ່ຖ້າເຮັດຜິດແລ້ວບໍ່ຂໍໂທດແບບນີ້ນ້າອາຍຫຼາຍກວ່າທາງທີ່ດີຄວນຝຶກເວົ້າຄໍາ “ຂໍໂທດ” ແລະ “ຂອບໃຈ”.


5.ເຕັມທີ່ກັບທຸກເລື່ອງ: ຫຼາຍຄົນອາດຈະຄິດວ່າຄົນພວກນີ້ບ້າວຽກງານ,ບ້າຮຽນແນ່ນອນແຕ່ບໍ່ແມ່ນເລີຍເພາະນອກຈາກທີ່ຈະຮຽນຫຼືເຮັດວຽກຢ່າງເຕັມທີ່ແລ້ວເລື່ອງຫຼິ້ນໆກໍໍຈິງຈັງເຊັ່ນກັນ,ບໍ່ວ່າຈະເປັນເລື່ອງກິນ,ເລື່ອງທ່ຽວຫຼິ້ນຕ່າງໆ
6.ບໍ່ສົນບໍ່ແຄ: ບໍ່ໄດ້ເປັນຄົນທີ່ບໍ່ເອົາໃຜຫຼືບໍ່ແຄຫຍັງຈັກຢ່າງ ແຕ່ເລື່ອງໃດທີ່ມັນໄຮ້ສາລະຈົນເກີນໄປກໍບໍ່ຕ້ອງໄປເສຍເວລາ ມານັ່ງຄິດເລັກຄິດໜ້ອຍ ເອົາເວລາເປັນເຮັດວຽກດີກວ່າ ແລະຄິດອີກວ່າການຢູ່ຄົນດຽວອາດຈະດີກວ່າການມີໝູ່ທີ່ບໍ່ດີ


7.ມີເຫດຜົນ: ຈະງາມ,ເກັ່ງ ມີຄວາມສາມາດຫຼາຍເທົ່າໃດ ຖ້າເປັນຄົນທີ່ບໍ່ມີເຫດຜົນກໍໝົດຈະໄດ້ຊື່ວ່າເປັນຜູ້ຍິງເກັ່ງ,ບໍ່ແມ່ນເກັ່ງແຕ່ເລື່ອງວຍກງານເທົ່ານັ້ນ ແຕ່ຕ້ອງເກັ່ງເລື່ອງການໃຊ້ຊີວິດດ້ວຍບໍ່ເອົາຕົນເອງເປັນສູນກາງຄວນຮັບຟັງຄົນອື່ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page