ໃຜເປັນຕົ້ນຕໍ! ຣັດເຊຍຊີ້ສະຫະລັດ ຍູ້EUເຂົ້າສູ່ຄວາມອຶດຫິວແລະໜາວເຢັນ ຫຼັງກົດດັນໃຫ້ຕັດສຳພັນມອສໂກ
ສະຫະລັດຍູ້ອີຢູສູ່ຄວາມອຶດຫິວ,ໜາວເຢັນແລະໂດດດ່ຽວ ຈາກການກົດດັນໃຫ້ອີຢູຕັດຄວາມສຳພັນກັບມອສໂກ ຈາກຄວາມເຫັນວະຍາເຊລາບ ໂວໂລດິນ ປະທານສະພາດູມາຂອງຮັດເຊຍໃນຊ່ວງທ້າຍອາທິດທີ່ຜ່ານມາ
ເຊິ່ງມີການລະບຸວ່າ ວໍຊິງຕັນ ຈະເຮັດທຸກວິທີທາງເພື່ອຮັກສາອຳນາດຂອງຕົນເອງເໜືອໂລກໃບນີ້ ພວກເຂົາພ້ອມດືງຄວາມຜາສຸກຂອງພົນລະເມືອງແລະເສດຖະກິດຂອງປະເທດຕ່າງໆໃນຢູໂຣບເພື່ອບັນລຸເປົ້າໝາຍດັ່ງກ່າວ
ໂວໂລກິນ ຍົກຕົວຢ່າງກໍລະນີລາຄາອາຍແກ໊ຊທຳມະຊາດໃນສະຫະລັດ ຢູ່ທີ່333ລ້ານໂດລາຕໍ່ 1.000ແມັດກ້ອນ ແຕ່ໃນຂະນະດຽວກັນ ວໍຊິງຕັນຂາຍໃຫ້ຢູໂຣບໃນລາຄາທີແພງກວ່າ 7.3ເທົ່າ ເຮັດໃຫ້ເສດຖະກິດອີຢູບໍ່ມີຄວາມສາມາດໃນການແຂ່ງຂັນແລະມີການຊີໃຫ້ເຫັນວ່າເວລານີ້ອັດຕາເງີນເຟີ້ລາຍປີຂອງຢູໂຣບພຸ່ງແຕະລະດັບ 8.9%ແລ້ວ
ປະທານຍສະພາດູມາຂອງຮັດເຊຍ ກ່າວວ່າ ຢູໂຣບກຳລັງໄດ້ີຮັບຜົນກະທົບຈາກຄື່ນຄວາມຮ້ອນທີ່ກໍບັນຫາໃຫຍ່ໃຫ້ແກ່ຂະແໜງກະສິກຳ ເຊັ່ນດຽວກັບວີິກິດພະລັງງານ ເຊິ່ງພົບເຫັນລາຄາພະລັງງານດີດຕົວສູງຂຶ້ນກວ່າ 6ເທົ່າໃນເວລາ 1ປີ.