ຈີນນໍາເຂົ້າພະລັງງານຣັດເຊຍເຖິງ 3.5ໝື່ນລ້ານໂດລາ ນັບຕັ້ງແຕ່ສົງຄາມຢູເຄຼນ

ຈີນນໍາເຂົ້າພະລັງງານຣັດເຊຍເຖິງ 3.5ໝື່ນລ້ານໂດລາ ນັບຕັ້ງແຕ່ສົງຄາມຢູເຄຼນ


ເຊິ່ງຈາກການລາຍງານລະບຸວ່າ ຈີນຍັງຄົງເດີນໜ້າຂະຫຍາຍການເພິ່ງພາພະລັງງານຂອງຣັດເຊຍຢ່າງຕໍ່ເນື່ອງໂດຍປະລິມານການຊື້ນ້ຳມັນດິບ,ຜະລິດຕະພັນນໍ້າມັນ,ອາຍແກ໊ຊແລະຖ່ານຫິນເພີ່ມຂຶ້ນເຖິງ 3.5ໝື່ນລ້ານໂດລາ

ນັບຕັ້ງແຕ່ສົງຄາມໃນຢູເຄຼນເປີດສາກ ເຊິ່ງປັບຕົວຂຶ້ນຈາກປະມານ 2ໝື່ນລ້ານໂດລາຂອງປີກ່ອນ ແລະ ຈີນເພີ່ມການໃຊ້ຈ່າຍດ້ານພະລັງງານຣັດເຊຍເປັນ 7.2ພັນລ້ານໂດລາໃນເດືອນກໍລະກົດ ຈາກ 4.7ພັນລ້ານໂດລາໃນເດືອນດຽວກັນຂອງປີທີ່ຜ່ານມາເຖິງແມ່ນວ່າເສດຖະກິດຈະລ່າຊ້າລົງ ໂດຍຄິດເປັນສັດສ່ວນປະມານ 70%ຂອງການນໍາເຂົ້າທັງໝົດຈາກຣັດເຊຍ

ການນຳເຂົ້າພະລັງງານຈາກຣັດເຊຍໃນເດືອນ ກໍລະກົດ ໄດ້ລວມເຖິງຖ່ານຫິນ ເຊິ່ງເພີ່ມຂຶ້ນ 14% ເມື່ອທຽບເປັນລາຍປີເກືອບ 7.4ລ້ານໂຕນ ສ່ວນຖ່ານໂຄ້ກສຳລັບອຸດສາຫະກຳເຫຼັກເກືອບ 2ລ້ານໂຕນເຊິ່ງເພີ່ມຂຶ້ນ 63%
ປະຈຸບັນ ຮັດເຊຍກາຍເປັນຜູ້ສະໜອງເຊື້ອໄຟລາຍໃຫຍ່ທີ່ສຸດຂອງຈີນ ໂດຍເຂົ້າມາແທນທີ່ ອິນໂດເນເຊຍ

ຫຼັງຈາກທີ່ອິນໂດເນເຊຍປັບຂຶ້ນລາຄາເຊື້ອໄຟ ຂະນະທີ່ຍອດນໍາເຂົ້ານ້ຳມັນດິບຈາກຣັດເຊຍຫຼຸດລົງຈາກເດືອນກ່ອນໜ້າແຕະທີ່ 7.15ລ້ານໂຕນໃນເດືອນ ກໍລະກົດ ແຕ່ກໍຍັງສູງກວ່າປີກ່ອນໜ້ານ 8% ນອກຈາກນີ້ຣັດເຊຍຍັງເປັນແຫຼ່ງພະລັງງານຊັ້ນນຳສຳລັບໂຮງກັ່ນຂອງຈີນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page