ເລີ່ມເຊື່ອແລ້ວ! ຊາວອາເມຣິກາເບິ່ງ FBI ເປັນທາດຮັບໃຊ້ໄບເດັນ ຫຼັງເຫດບຸກກວດຄົ້ນບ້ານທຣ້ຳ
ຫຼາຍກວ່າເຄິງຂອງຜູ້ຕອບແບບສອບຖາມໃນການສຳຫຼວດຮອບໃໝ່ ເບິ່ງສຳນັກງານສອບສວນກາງ ວ່າເປັນເກສຕາ(ສຳຫຼວດລັບຍຸກນາຊີ) ສ່ວນຕົວຂອງປະທານາທິບໍດີໂຈ ໄບເດັນ
ສະທ້ອນວ່າຄົນອາເມລິກາມີມຸມມອງແບ່ງແຍກພັກພວກຫຼາຍຂຶ້ນ ຕໍ່ປະຕິບັດການໄລ່ອາດີດປະທານາທິບໍດີິໂດນັນ ທ້ຳ ຂອງໜ່ວຍງານບັງຄັບໃຊ້ກົດໝາຍຂອງລັດຖະບານກາງແຫ່ງນີ້
ເຊິ່ງຈາກຜົນສຳຫຼວດທີ່ເຜີຍແພ່ພົບວ່າປະຊາຊົນຊາວ
ສະຫະລັດມີທັດສະນະຄະຕິທີ່ແຕກແຍກກັນຢ່າງຮຸນແຮງໂດຍຜູ້ຕອບແບສອບຖາມ 44% ບອກວ່າປະຕິບັດການບຸກໂຈມຕີຄົ້ນບ້ານພັກໃນຟໍລິດາຂອງ ທ້ຳ ເຮັດໃຫ້ເຂົາສູນເສຍຄວາມເຊື່ອໝັ້ນທີ່ມີຕໍ່ເອບບີໄອ ແນວໃດກໍຕາມມີ 29% ທີ່ລະບຸວ່າຄວາມເຄື່ອນໄຫວດັ່ງກ່າວມີແຕ່ເພີ່ມຄວາມເຊື່ອໝັ້ນຂອງພວກເຂົາທີ່ມີຕໍ່ເອບບີໄອ
ເມື່ອສອບຖາມກ່ຽວກັບຄວາມຄິດເຫັນກ່ອນໜ້ານີ້ຂອງ ໂຣເຈີ ສະໂຕນ ອາດີດທີ່ປຶກສາຂອງ ທ້ຳ ທີ່ບອກວ່າ “ ພວກອັນຕະພານທາງການເມືອງທີ່ຢູ່ເບື້ອເທິງຂອງເອບບີໄອ” ກຳລັງໃຊ່ໜ່ວຍງານແຫ່ງນີ້ເປັນເກດຕາໂປ( ຕຳລວດລັບຍຸກນາຊີ) ສ່ວນຕົວຂອງປະທານາທິບໍດີໂຈ ໄບເດັນ ຜົນປະກົດວ່າມີ 53% ທີ່ເຫັນດ້ວຍໃນນັ້ນມີເຖິງ 34% ທີ່ບອກວ່າເຫັນດ້ວຍຢ່າງຍິ່ງ.