5 ສິ່ງທີ່ເຮັດໃຫ້ຄູ່ສາມີພັນລະຍາເບື່ອກັນ ຮູ້ແລ້ວຄວນປ່ຽນ!
ກ່ອນແຕ່ງງານເປັນແຟນກັນ ກໍອາດຈະຮັບນິໄສຂອງກັນແລະກັນໄດ້ ແລະເມື່ອແຕ່ງງານກັນໄປແລ້ວກໍຄົງຄິດວ່າຈະປັບຕົວເຂົ້າກັນໄດ້ແຕ່ສາມີພັນລະຍາທີ່ແຕ່ງງານກັນມາດົນບໍ່ສາມາດອົດທົນຕໍ່ຂໍ້ເສຍຂອງກັນແລະກັນໄດ້ເຮັດໃຫ້ເກີດການເບື່ອຂຶ້ນມາດັ່ງ 5ຂໍ້ລຸ່ມນີ້:
1.ເຮັດຕົວເປັນແມ່ຫຼາຍກວ່າເມຍ: ພັນລະຍາທີ່ເຮັດຕົວເປົັນແມ່ທີ່ສັ່ງໃຫ້ສາມີເຮັດນັ້ນເຮັດນີ້ ເປັນຄົນບົງການທຸກຢ່າງໃນຊີວິດ, ມັກຕຳໜິໃນສິ່ງທີ່ເຂົາເຮັດກໍເທົ່າກັບເປັນຄວາມຜິດພາດຫຼາຍ ເພາະຜູ້ຊາຍທີ່ເປັນຜູ້ນຳຫຼືຫົວໜ້າຄອບຄົວນັ້ນເຂົາບໍ່ມັກໃຫ້ໃຜມາບັງຄັບຫຼາຍເກີນໄປດັ່ງນັ້ນການທີ່ພະຍາຍາມໄປຄວບຄຸມຊີວິດສາມີອາດບໍ່ເປັນຜົນດີຕໍ່ຊີວິດຄູ່ຫຼັງແຕ່ງງານແນ່ນອນ
2. ມັກເປັນຄົນຈູ້ຈີ້ຈຸກຈິກ: ເຮັດຫຍັງກໍໃຊ້ແຕ່ອາລົມ, ເຮັດຫຍັງກໍລຳຄານໄປໝົດ ບໍ່ວ່າສາມີຈະເຮັດຫຍັງທີ່ອາດເກີດຄວາມບໍ່ພໍໃຈກໍພານໃສ່ ຜູ້ຊາຍບາງຄົນອາດຈະມັກຄົນກວນປະສາດ,ມັກຢອກ ພັນລະຍາແຕ່ຖ້າຢອກແລ້ວຫງຸດຫງິດ,ອາລົມເສຍໃສ່ເຂົາຈະເຮັດໃຫ້ເຂົາບໍ່ກ້າທີ່ຈະຢອກຫຍັງກັບພັນລະຍາເລີຍ ຈົນເຮັດໃຫ້ຄວາມຮັກດີໆຈືດຈາງແລະໜ້າເບື່ອທີ່ສຸດແລະເຖິງແມ່ນວ່າຈະເປັນເລື່ອງເລັກໜ້ອຍກໍຈະອາລົມເສຍທີ່ສຸດ.
3.ຖ້າຈັບຜິດຕະຫຼອດເວລາ: ບໍ່ມີໃຜມັກໃຫ້ຄົນອື່ນມາຈັບຜິດເຮົາຢູ່ຕະຫຼອດເວລາແມ່ນບໍ່ ສາມີຂອງເຮົາກໍເຊັ່ນກັນບໍ່ແມ່ນວ່າເຂົາເຮັດຫຍັງໄປໃສມາໃສ,ກັບບ້ານເດິກຫຼືເຮັດຫຍັງກໍຕາມທີ່ອາດເຮັດໃຫ້ພັນລະຍາລະແວງສົງໄສກໍຂໍໃຫ້ຖາມແບບກົງໆ ຖາມໂດຍໃຊ້ເຫດຜົນໃຊ້ຄວາມເຊື່ອໃຈ ບໍ່ແມ່ນຖ້າແຕ່ຈັບຜິດ
4.ບໍ່ເອົາໃຈໃສ່: ພັນລະຍາຢ່າຄິດວ່າອ້າງແຕ່ເຮັດວຽກເມື່ອຍແລ້ວ ຍັງຕ້ອງມາເອົາໃຈສາມີອີກ ຄິດແບບນີ້ກໍບໍ່ຜິດ ແຕ່ຢ່າລືມວ່າເຮົາເປັນພັນລະຍາກໍຍັງຕ້ອງການເອົາໃຈໃສ່ ແລ້ວສາມີເຮົາເປັນຜູ້ຊາຍເປັນເພດທີ່ຕ້ອງການຄົນເອົາໃຈບໍ່ແມ່ນເຢັນຊາໃສ່
5.ນຳໄປທຸກທີ່ເຮັດໃຫ້ອຶດອັດ: ບາງຄັ້ງຝ່າຍສາມີກໍຢາກມີໂລກສ່ວນຕົວ ຢາກໄປໃສມາໃສກັບໝູ່ເພື່ອນທີ່ບໍ່ໄດ້ພົບກັນມາດົນ ຢາກເວົ້າໃນສິ່ງທີ່ຝ່າຍຍິງບໍ່ຕ້ອງຮູ້ກໍໄດ້ ບໍ່ແມ່ນຈະນຳໄປທຸກທີ່ໄປໃສມາໃສນຳຕະຫຼອດໂດຍເຂົ້າໃຈວ່າຊີວິດຄູ່ຊີວິດຫຼັງແຕ່ງງານຕ້ອງໂຕຕິດກັນຕະຫຼອດ.