ຢູເຄຼນຍອມຮັບ! ມີທະຫານເສຍຊີວິດແລ້ວເກືອບ9ພັນຄົນ ໃນສົງຄາມກັບຣັດເຊຍ

ຢູເຄຼນຍອມຮັບ! ມີທະຫານເສຍຊີວິດແລ້ວເກືອບ9ພັນຄົນ ໃນສົງຄາມກັບຣັດເຊຍ


ມີກຳລັງທະຫານຢູເຄຼນເສຍຊີວິດແລ້ວເກືອບ 9.000ຄົນ ນັບຕັ້ງແຕ່ຖືກຣັດເຊຍຮຸກຮານຈາກການເປີດເຜີຍຂອງຜູ້ບັນຊາການລະດັບສູງຂອງປະເທດ ໃນຂະນະດຽວ ໂຈເຊບ ບໍເຣດ ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ

ເຜີຍວ່າອີຢູກຳລັງພິຈາລະຍນາໃຫ້ການຝຶກຝົນດ້ານການທະຫານແກ່ກອງກຳລັງຢູເຄຼນ ທ່າມກາງຄວາມຄາດໝາຍວ່າສົງຄາມຈະຢືດເຍື້ອຍາວນານ.
ພົນເອກວາເລລີ ຊາລຸນີ ຜູ້ບັນຊາການທະຫານສູງສຸດຢູເຄຼນ ບອກວ່າເດັກນ້ອຍຂອງຢູເຄຼນຈຳເປັນຕ້ອງໄດ້ຮັບຄວາມໃສ່ໃຈໂດຍສະເພາະ “ ເພາະວ່າພໍ່ຂອງພວກເຂົາອອກໄປແນວໜ້າແລະບາງທີອາດເປັນໜື່ງໃນບັນດາວິລະບຸລຸດເກືອບ 9.000ຄົນທີ່ເສຍຊີວິດ”


ຄວາມເຫັນຂອງຊາລຸນີ ກ່ຽວກັບຍອດເສຍຊີວິດຂອງກອງກຳລັງພົນຢູເຄຼນ ເຊິ່ງລາຍງານໂດຍສຳນັກຂ່າວຢູເຄຼນ ຖືເປັນຕົວເລກບົ່ງຊີ້ທຳອິດກ່ຽວກັບຄວາມສູນເສຍດ້ານທະຫານຂອງຢູເຄຼນນັບຕັ້ງແຕ່ເດືອນເມສາ.


ຢູເຄຼນຈະຮອດວລາລະຄົບຮອບເປັນເອກະລາດແຍກຕົວຈາກສະຫະພາບໂຊວຽດແລະຄົບຮອບ 6ເດືອນ ນັບຕັ້ງແຕ່ຣັດເຊຍເປີດສາກຮຸກຮານ ຫຼັງຈາກຖືກຢູເຄຼນຕ້ານທານຂັດຂວາງຄວາມພະຍາຍາມຊຸກຍູ້ເຂົ້າສູ່ກຣຸງຄຽບ ເວລານີ້ກອງກຳລັງມອສໂກປ່ຽນໄປມຸ່ງເນັ້ນລຸກຄືບໃນພາກຕາເວັນອອກຂອງປະເທດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page