ຫີນສົ້ມ ເປັນສານໃຫ້ຫົດຕົວເຊິ່ງຄຸນສົມບັດຂອງຫີນສົ້ມມີດັ່ງນີ້:
1.ບໍ່ມີສີ,ບໍ່ມີກິ່ນ ເໝາະສຳລັບຜູ້ມັກໃຊ້ນ້ຳຫອມເພາະຈະບໍ່ມີກິ່ນໄປລົບກວນຫຼືຫັກລ້າງກິ່ນນ້ຳຫອມທີ່ໃຊ້
2.ບໍ່ເປື້ອນເສື້ອຜ້າ ເພາະບໍ່ມີສ່ວນປະສົມຂອງຄຣີມແລະນ້ຳມັນ
3.ປອດໄພຕໍ່ຮ່າງກາຍ ຄືບໍ່ອຸດຕັນຮູຂຸມຂົນ ບໍ່ຊືມເຂົ້າຮ່າງກາຍ
4.ບໍ່ເຊື່ອມສະພາຍ ມີຄວາມຄົງທົນຕໍ່ສະພາບແວດລ້ອມ ຈື່ງບໍ່ເສື່ອມພາວະທີ່ອຸນຫະພູມຫ້ອງ
ປະໂຫຍດຂອງຫີນສົ້ມມີດັ່ງນີ້:
1.ດັບກິ່ນກາຍ: ເອົາປະສົມໃນນ້ຳ ໃຊ້ຜ້າຈຸບນໍ້າເຊັດໂຕ ຈະດັບກິ່ນໄດ້ ສາມາດດັບກິ່ນໄດ້ 100% ດົນເຖິງ 24ຊມ ແລະໜ່ວງການເກີດກິ່ນໄດ້ບໍ່ຕໍ່າກວ່າ 10ຊມ
2.ໃຊ້ຫ້າມເລືອດ: ບົດຫີນສົ້ມໃຫ້ລະອຽດຫຼືເອົາໄປລະລາຍນໍ້າ ໃສ່ບາດແຜຈະຮູ້ສຶກແສບໜ້ອຍ1 ແຕ່ຫ້າມເລືອດໄດ້ເປັນຢ່າງດີ
3.ທຸບໃສ່ເຕົາ: ເຮັດໃຫ້ບໍ່ມີຄັວນ, ປະສົມຫີນສົ້ມໃນນ້ຳ ທຸບໃສ່ເຕົາແລ້ວນຳໄປຕາກແດດໃຫ້ແຫ້ງເມື່ອນຳໄປຈູດຈະບໍ່ມີຄັວນ
4.ດັບກິ່ນຄາວ: ປະສົມຫີນສົ້ມໃນນ້ຳ, ໃຊ້ລ້າງປາຫຼືກະເພາະໝູ
5.ຮັກສາຖົ່ວງອກ: ປະສົມຫີນສົ້ມໃນນໍ້າ ນຳຖົ່ວງອກລົງແຊ່ ຈະເກັບຖົ່ວງອກໄວ້ໄດ້ດົນແລະກອບ
6.ເຮັດໃຫ້ນ້ຳໃສ: ນຳຫີນສົ້ມປະສົມໃນນ້ຳ ນໍ້າຂຸ່ນຈະປ່ຍນເປັນສີໃສ
7.ເຮັດໃຫ້ອາຈຽນ: ຕຳຫີນສົ້ມໜ້ອຍໜື່ງລະລາຍນໍ້າ ແລ້ວດື່ມຖອນພິດເຊັ່ນ: ກິນຢາຜິດ,ກິນເຫັດເມົາຫຼືກິນກົດເຂົ້າໄປ
8.ກັນບູດ:ໃຊ້ສານປົນແປ້ງປຽກກັນບູດໄດ້
9.ທາແກ້ຜື່ນຄັນຕາມຜິວໜັງເມື່ອຖືກຍຸງກັດຫຼືຄັນຈາກສາເຫດອື່ນ
10.ເຮັດໃຫ້ອາຫານກອບ: ນິຍົມໃຊ້ກັບການດອງຜັກເພື່ອໃຫ້ພັກດອງມີຄວາມກອບ.