ກິນໝາກກ້ວຍໃນຕອນເຊົ້າທຸກມື້້ໆ ຊ່ວຍໃຫ້ປ້ອງກັນ 10ໂລກນີ້ໄດ້
ໝາກກ້ວຍເປັນໝາກໄມ້ທີ່ມີປະໂຫຍດຫຼາກຫຼາຍ ເຊິ່ງອຸດົມໄປດ້ວຍວິຕາມິນ ທີ່ຊ່ວຍໃນການເລັ່ງເຜົາຜານນ້ຳຕານແລະໄຂມັນ ມາເບິ່ງກັນເລີຍວ່າການກິນໝາກກ້ວຍທຸກເຊົ້າຈະຊ່ວຍປ້ອງກັນໂລກຮ້າຍດັ່ງນີ້:
1.ປ້ອງກັນໂລກໂລຫິດຈາງ: ໃນໝາກກ້ວຍຈະມີທາດເຫຼັກສູງເປັນໂຕຊ່ວຍກະຕຸ້ນການຜະລິດຮີໂມໂກບິນໃນເລືອດ
2.ຫຼຸດຄວາມດັນໂລຫິດສູງ: ມີທາດໂປແຕຊຽມສູງສຸດ ແຕ່ມີປະລິມານເກືອຕໍ່າເຮັດໃຫ້ເປັນອາຫານທີ່ສົມບູນແບບທີ່ສຸດ ທີ່ຈະຊ່ວຍຫຼຸດອັນຕະລາຍທີ່ເກີດຈາກຄວາມດັນໂລຫິດ
3. ໂລກທ້ອງຜູກ: ເຊິ່ງເນື້ອໝາກກ້ວຍມີໃຍອາຫານສູງ ເປັນຕົວຊ່ວຍໃນການຂັບຖ່າຍໄດ້ດີຂຶ້ນ.
4.ຮັກສາໂລກຊືມເສົ້າ ເພາະມີໂປຕິນຊະນິທີ່ເອີ້ນວ່າ Try Potophan ເມື່ອສານໂຕນີ້ເຂົ້າໄປໃນຮ່າງກາຍຈະຖືກປ່ຽນເປັນ Rerotonin ເປັນທີ່ຮູ້ຈັກກັນດີວ່າເປັນຕົວຜ່ອນຄາຍປັບປຸງອາລົມໃຫ້ດີຂຶ້ນໄດ້
5.ຮັກສາກະເພາະອາຫານ ຜູ້ທີ່ເປັນໂລກກະເພາະຫຼືກະເພາະອັກເສບຄວນຮັບປະທານໝາກກ້ວຍຫຼາຍໆ ເພາະໝາກກ້ວຍມີສານເປັນກາງ,ມີຄວາມອອ່ນແລະເສັ້ນໃຍສູງ
6.ຊ່ວຍຫຼຸດອາການຈຸກ, ຫຼຸດກົດໃນກະເພາະການກິນໝາກກ້ວຍຈະເຮັດໃຫ້ຮູ້ສຶກຜ່ອນຄາຍຈາກອາການນີ້ໄດ້
7.ຮັກສາໂລກລຳໄສ້ທີ່ເປັນບາດແຜ ເພາະເນືອຂອງໝາກກ້ວຍມີຄວາມອ່ອນນຸ້ມພໍດີ ເປັນໝາກໄມ້ທີ່ຮັບປະທານງ່າຍ
8.ຊ່ວຍຫຼຸດອາການເສັ້ນເລືອດຝອຍແຕກ ການກິນໝາກກ້ວຍເປັນປະຈຳ ( ໃນຕອນເຊົ້າດີທີ່ສຸດ) ຈະຊ່ວຍຫຼຸດອັນຕະລາຍທີ່ເກີດກັບເສັ້ນໂລຫິດແຕກໄດ້ 40%
9.ຊ່ວຍບັນເທົາອາການລິດຊີດວງທະວານຫຼືໃນຂະນະຂັບຖ່າຍຈະມີເລືອດອອກມາ
10.ຊ່ວຍບັນເທົາອາການແພ້ທ້ອງຂອງຜູ້ຍິງທີ່ຖືພາໄດ້