ສະຫະພັນໃຫຍ່EUຄັດຄ້ານ! ບໍ່ເຫັນພ້ອມຫ້າມຊາວຣັດເຊຍທຸກຄົນເດີນທາງເຂົ້າ EU
ໂຈເຊບ ບໍເຣດ ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ( ອີຢູ ) ເຜີຍວ່າເຂົາບໍ່ໄດ້ສະໜັບສະໜູນແນວຄິດຫ້າມພົນລະເມືອງຣັດເຊຍທຸກຄົນເດີນທາງເຂົ້າອີຢູ ຂໍ້ສະເໜີທີ່ບາງຊາດສະມາຊິກໜູນຫຼັງ
ລະຫວ່າງ ເວທີສົນທະນາທາງການເມືອງ ໃນສະເປນ ເຂົາຮຽກຂໍ້ສະເໜີນີ້ວ່າ “ ເປັນການໂຕ້ຖຽງ” ແລະແນະນຳວ່າອີຢູຄວນເລັງເປົ້າຂວ້ຳບາດຣັດເຊຍແບບສະເພາະເຈາະຈົງຫຼາຍກວ່າ
“ ການຫ້າມຊາວຣັດເຊຍທັງໝົດ ເດີນທາງເຂົ້າບໍ່ແມ່ນຄວາມຄິດທີ່ດີ ເຮົາຈຳເປັນຕ້ອງເຈາະຈົງກວ່ານີ້ ແນ່ນອນເຮົາຕ້ອງບໍ່ເປີດປະຕູຕ້ອນຮັບກຸ່ມຄົນທີ່ມີອິດທິພົນທາງທຸລະກິດແລະການເມືອງ” ເຂົາກ່າວອ້າງເຖິງບັນດາຄົນລໍ່າລວຍຣັດເຊຍທີ່ສາມາດຊື້ອະສັງຫາລິມະຊັບໃນອີຢູໄດ້ຢ່າງເສລີ
“ ແຕ່ໃນຂະນະດຽວກັນ ຍັງມີຊາວຣັດເຊຍອີກຫຼາຍທີ່ຕ້ອງການຫຼົບໜີອອກນອກປະເທດ ເພາະວ່າພວກເຂົາບໍ່ຕ້ອງການໃຊ້ຊີວິດຢູ່ບ່ອນນັ້ນ” ບໍເຣດລະບຸ “ ແລ້ວເຮົາກຳລັງເປີດປະຕູບໍ່ຕ້ອນຮັບຄົນຣັດເຊຍເຫຼົ່ານີ້ຫວາ” ຜູ້ນຳຢູເຄຼນສົ່ງສຽງສະໜັບສະໜູນໃຫ້ຍົກລະດັບລົງໂທດຣັດເຊຍ ດ້ວຍການຢຸດອອກວີຊ່າທັງໝົດແກ່ພົນລະເມືອງຣັດເຊຍ
ຂະນະທີ່ປະທານາທິບໍດີ ໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ຮຽກຮ້ອງແນະນຳໃຫ້ໄລ່ພົນລະເມືອງຣັດເຊຍອອກຈາກອີຢູ ໂດຍບໍ່ຄຳນືງເຖິງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ນະໂຍບາຍຕ່າງໆຂອງລັດຖະບານຣັດເຊຍ