8 ພຶດຕິກຳຂອງຜູ້ຊາຍ ທີ່ເຮັດໃຫ້ຜູ້ຍິງຮູ້ສຶກດີເຫັນແລ້ວຕ້ອງມັກ

8 ພຶດຕິກຳຂອງຜູ້ຊາຍ ທີ່ເຮັດໃຫ້ຜູ້ຍິງຮູ້ສຶກດີເຫັນແລ້ວຕ້ອງມັກ

1.ສະແດງອອກເຖິງຄວາມເປັນສຸພາບບຸລຸດ: ຜູ້ຊາຍຫຼາຍຄົນອາດຄິດວ່າການເຮັດໂຕເປັນສຸພາບບຸລຸດນັ້ນເປັນເລື່ອງຍາກ ແຕ່ຄວາມເປັນຈິງແລ້ວເຮົາພຽງລົງມືເຮັດເລື່ອງງ່າຍໆໃຫ້ກັບຜູ້ຍິງ


2.ເປັນຄົນກ້າຕັດສິນໃຈ: ຫາກຝ່າຍຍິງເຫັນວ່າເມື່ອໃດກໍຕາມທີ່ເຮົາເຮັດຫຍັງຈັກຢ່າງ ແຕ່ຕ້ອງຖາມຄວາມຄິດເຫັນຈາກຄົນອື່ນກ່ອນສະເໝີ ເຂົາຈະເບິ່ງວ່າເຮົາເປັນຄົນທີ່ບໍ່ມີຄວາມໝັ່ນໃຈໃນຕົນເອງເຊິ່ງບໍ່ແມ່ນເລື່ອງທີ່ດີແນ່ນອນ.


3.ມີຄວາມເປັນຜູ້ໃຫຍ່: ແນ່ນອນວ່າຜູ້ຍິງບໍ່ມັກຜູ້ຊາຍທີ່ມັກເຮັດໂຕຄືເດັກນ້ອຍ ເພາະພວກເຂົາຕ້ອງການຄວາມແນ່ນອນໃນເລື່ອງຂອງຄວາມສຳພັນ ດັ່ງນັ້ນຜູ້ຊາຍຄວນເຮັດໂຕໃຫ້ໜ້າເຊື່ອຖືແລະເບິ່ງເປັນຜູ້ໃຫຍ່ສົມໄວ


4.ເປັນຄົນຊື່ສັດກັບທຸກຢ່າງ: ບໍ່ວ່າຈະເຮັດຫຼືເວົ້າຫຍັງໃຫ້ກັບຜູ້ຍິງກໍຄວນເຮັດດ້ວຍຄວາມຈິງໃຈ ບໍ່ແມ່ນຕໍ່ໜ້າເຮັດດີແຕ່ລັບຫຼັງກັບເຮັດກົງກັນຂ້າມນັ້ນເປັນສິ່ງທີ່ບໍ່ໜ້າຮັກ
5.ສ້າງສຽງຫົວໄດ້ສະເໝີ: ຄວາມເປັນຄົນມີອາລົມຕະຫຼົກຣຍກໄດ້ວ່າເປັນຄຸນສົມບັດໃນໂຕຜູ້ຊາຍທີ່ຜູ້ຍິງຫຼາຍຄົນຄິດຫາເປັນອັນດັບຕົ້ນໆ ເພາະບໍ່ມີຜູ້ຍິງຄົນໃດທີ່ຢາກຢູ່ໃກ້ກັບຄົນທີ່ເຮັກໂຕເຄັ່ງຄຽດຕະຫຼອດເວລາ



6.ເຮັດອາຫານເປັນ: ການເຮັດອາຫານເປັນນັບວ່າເປັນສະເໜ່ອີກຢ່າງໜື່ງທີ່ເຮັດໃຫ້ສາວໆຮັກຫຼາຍຂຶ້ນ ບໍ່ຈຳເປັນຕ້ອງໄປຮຽນເຮັດອາຫານແຕ່ພຽງເຮັດເມນູທີ່ຜູ້ຍິງມັກເປັນ
7.ເຮັດວຽກເຮືອນເປັນ: ຜູ້ຍິີງຄົນໃດທີ່ບໍ່ມັກຜູ້ຊາຍເຮັດວຽກເຮືອນໄດ້ ເພາະພວກເຂົາເຫັນວ່າເຮົາສາມາດຊ່ວຍແບ່ງເບົາພາລະຕ່າງໆພາຍໃນເຮືອນໄດ້ຫາກມື້ໜື່ງຕ້ອງອາໄສຢູ່ໃຕ້້ຄາດຽວກັນ


8.ເປັນຜູ້ຊາຍຮັກສັດ: ຫາກເປັນຄົນທີ່ຮັກສັດຢູ່ແລ້ວແບບວ່າເຫັນໝາ,ແມວຢູ່ໃສກໍຍ່າງເຂົ້າໄປຫຼິນນຳຫຼືຊື້ອາຫານໃຫ້ກິນເປັນປະຈຳຝ່າຍຍິງຈະຮູ້ສຶກໄດ້ວ່າເປັນຄົນທີ່ມີຈິດໃຈອ່ອນໂຍນແລະເປັນມິດຕໍ່ເພືອນຮ່ວມໂລກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page