ແມ່ຊາວຣັດເຊຍອອກມາແຊປະສົບການລ້ຽງລູກນ້ອຍ22ຄົນໂຕຄົນດຽວ( ອ່ານບໍ່ຜິດມີລູກ 22ຄົນ) ຫຼັງສາມີເປັນມະຫາເສດຖີຖືກຕຳຫຼວດຈັບໃນການຟອກເງີນ
ຄຣິດຕິນາ ອັອດເຕິກ ອາຍຸ 24ປີ ເຊິ່ງອາໄສຢູ່ໃນຈໍເຈຍ ໄດ້ໂພສແຊປະສົບການວ່າ ລາວກຳລັງເຝົ້າລໍຖ້າການກັບມາຂອງ “ ກາລິບ ອອັດເຕິກ” ເຊິ່ງເປັນສາມີຊາງຕຸຣະກີ ທີ່ຖືກຕຳຫຼວດໜ່ວຍປະຕິບັດການພິເສດບຸກເຂົ້າຈັບໃນຄວາມຜິດໂທດຖານຝອກເງີນແລະປອມແປງເອກະສານ

ສາມີພັນລະຍາຄູ່ນີ້ມີລູກແທ້ໆທີ່ເກີດຈາກການອຸ້ມບຸນແລ້ວ 22ຄົນແລະມີເປົ້າໝາຍທີ່ຈະຜະລິດລູກເພີ່ມໃຫ້ໄດ້ເຖິງ 105ຄົນ!
“ ມັນຍາກຫຼາຍທີ່ຈະເວົ້າເລື່ອງທົ່ວໆໄປໃນເຮືອນຫຼືສິ່ງທີ່ເປັນຄວາມສຸກໃນເມື່ອຄວາມຄິດຂອງຂ້ອຍລ່ອງລອຍໄປໄກແລະທຸກມື້ເຝົ້າລໍຖ້າແຕ່ໃຫ້ສາມີກັບມາບ້ານ” ລາວໂພສຂໍ້ຄວາມ “ຂ້ອຍໝັົ່ນໃຈວ່າມື້ນັ້ນຈະມາເຖິງໃນບໍ່ຊ້າ ແຕ່ຕອນນີ້ຢາກຂອບໃຈທຸກຄົນທີ່ສະໜັບສະໜູນແລະໃຫ້ກຳລັງໃຈກັນ”
ຄຣິດຕິນາແລະກາລິບເຜີຍໃນປີທີ່ແລ້ວວ່າພວກເຂົາໃຊ້ຈ່າຍເງີນເຖິງ 163.000ໂດລາໄປກັບການອຸ້ມບຸນເພື່ອໃຫ້ໄດ້ລູກພ້ອມກັນ 20ຄົນໃນປີແລ້ວແລະຫຼັງຈາກນັ້ນກໍຍັງມີລູກເພີ່ມມາອີກ 2ຄົນ ພວກເຂົາຍັງບອກວ່າຕ້ອງຈ່າຍເງີນເຖິງ 79.000ໂດລາສະຫະລັດ/ປີ ເພື່ອຈ້າງແມ່ບ້ານ 16ຄົນມາລ້ຽງລູກແລະຍັງບໍ່ລວມຄ່າເຄື່ອງໃຊ້ອື່ນໆ ທີ່ຈຳເປັນສຳລັບເຊິ່ງຕ້ອງໃຊ້ເງີນອີກປະມານ 4.700ໂດລາຕໍ່ອາທິດ ທີ່ພວກເຂົາຈ່າຍເງີນຫຼາຍແບບນີ້ຍ້ອນ ກາລິບ ເປັນເຈົ້າຂອງກິດຈະການລົດແລະມີຖານະທີ່ລໍ່າລວຍລະດັບມະຫາເສດຖີ.