ຈີນເຜີຍທະເລສາບນໍ້າຈືດໃຫຍ່ອັນດັບ 2 ມີລະດັບນໍ້າຕໍ່າສຸດເປັນປະຫວັດສາດ

ຈີນເຜີຍທະເລສາບນໍ້າຈືດໃຫຍ່ອັນດັບ 2 ມີລະດັບນໍ້າຕໍ່າສຸດເປັນປະຫວັດສາດ

ໜ່ວຍງານຊັບພະຍາກອນນໍ້າມົນທົນຫູໜານທາງຕອນກາງຂອງຈີນເປີດເຜີຍວ່າ ທິເລສາບຕົ້ງຖິງ ເຊິ່ງເປັນທະເລສາບນໍ້າຈືດໃຫຍ່ອັນດັບສອງຂອງຈີນ ມີລະດັບນໍ້າຕໍ່າສຸດເປັນປະຫວັດສາດ

ເນື່ອງຈາກສະພາບອາກາດຮ້ອນແຮງແລະປະລິມານນໍ້າຝົນທີ່ລຸດຕໍ່າລົງຕໍ່ເນື່ອງ ໜ່ວຍງານຊັບພະຍາກອນທຳມະຊາດລະບຸວ່າ ລະດັບນໍ້າທີ່ສະຖານີອຸທົກກະສາດເສິ່ງຫຼິງຈີຂອງທະເລສາບດັ່ງກ່າວຫຼຸດເຫຼືອ 23.15ແມັດ ເຊິ່ງຕໍ່າກວ່າຄ່າສະເລ່ຍຈາກເວລາດຽວກັນຂອງຊ່ວງປີກ່ອນໜ້າ 6.29ແມັດ


ເຊິ່ງຈາກການລາຍງານໜ່ວຍງານສະແດງໃຫ້ເຫັນວ່າປະລິມານຝົນທີ່ສະສົມໃນຫູໜານ ລວມຢູ່ທີ່ 70ມິນລີແມັດ ຕັ້ງແຕ່ກໍລະກົດ ຕໍ່າກວ່າຄ່າສະເລ່ຍຈາກເວລາດຽວກັນຂອງຊ່ວງປີກ່ອນໜ້ານີ້ 67.5% ຂະນະທີ່ປະລິມານນໍ້າຝົນສະສົມຂອງພາກພື້ນລະດັບແຂວງ 101ແຫ່ງໃນຫູໜານຊ່ວງ 30ວັນ ທີ່ຜ່ານມາຕໍ່າກວ່າຄ່າສະເລ່ຍຂອງຊ່ວງປີກ່ອນໜ້າກວ່າ 40%


ທັງນີ້ໜ່ວຍງານອຸທົກກະສາດຂອງຫູໜານຄາກການວ່າ ລະດັບນໍ້າໃນທະເລສາບຕົ້ງຖິງຈະຫຼຸດລົງຢ່າງຕໍ່ເນື່ອງໃນອາທິດໜ້າ ທ່າມກາງສະຖານະການໄພແຫ້ງແລ້ງອັນຢືດເຍື້ອໂດຍລະດັບນໍ້າທີ່ສະຖານີອຸທົກກະສາດເສິງຫຼິງຈີ ອາດຫຼຸດເຫຼືອເຖິງ 22.6ແມັດພາຍໃນທ້າຍເດືອນສິງຫານີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page