ຢູໂຣບສ່ຽງປະເຊີນໜ້າຣັດເຊຍຫຼຸດການສົ່ງອອກນໍ້າມັນແລະອາຍແກ໊ຊເພີ່ມອີກ

ຢູໂຣບສ່ຽງປະເຊີນໜ້າຣັດເຊຍຫຼຸດການສົ່ງອອກນໍ້າມັນແລະອາຍແກ໊ຊເພີ່ມອີກ

ຢູໂຣບມີຄວາມສ່ຽງທີ່ຈະປະເຊີນໜ້າກັບການຂັດຂວາງພະລັງງານຮອບໃໝ່ ຫຼັງມີລາຍງານຄວາມເສຍຫາຍທີ່ເກີດຂຶ້ນກັບລະບົບທໍ່ສົ່ງນໍ້າມັນຈາກຄາຊັດສະຖານຜ່ານທາງຣັດເຊຍ ເຊິ່ງສະຖານະການດັ່ງກ່າວຈະຍິ່ງເພີ່ມຄວາມກັງວົນ

ກ່ຽວກັບບັນຫາການສະໜອງພະລັງງານໃນຢູໂຣບສະມາຄົມທໍ່ສົ່ງແຄປຽນ (CPC) ເຊິ່ງເປັນຜູ້ບໍລິຫານຈັດການນໍ້າມັນປະມານ 1% ຂອງໂລກ ແລະມີບໍລິສັດທານສະເນບ ຂອງຮັດເຊຍເປັນຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດ ເປີດເຜີຍວ່າ ການສົ່ງນ້ຳມັນຈາກທຸ່ນທຽບເຮືອຮັບນ້ຳມັນດິບ 2ໃນ3ແຫ່ງໃນທະເລດຳໄດ້ຖືກໂຈະ

ທີ່ຜ່ານມານັ້ນຊາດຕາເວັນຕົກກ່າວຫາວ່າ ຣັດເຊຍຄວບຄຸມການລຳລຽງຂົນສົ່ງນໍ້າມັນເພື່ອຫວັງປັບຂຶ້ນລາຄາແລະເພື່ອຕອບໂຕ້ມາດຕາການຂວ້ຳບາດຂອງຊາດຕາເວັນຕົກ ລັງຈາກທີ່ຣັດເຊຍສົ່ງກຳລັງທະຫານບຸກໂຈມຕີຢູເຄຼນຕັ້ງແຕ່ເດືອນກຸມພາ

ການຂົນສົ່ງອາຍແກ໊ຊທຳມະຊາດຂອງຣັດເຊຍໄປຍັງຢູໂຣບຫຼຸດລົງປະມານ 75% ເມື່ອທຽບເປັນລາຍປີ ຂະນະທີ່ອາຍແກ໊ຊພອມ ເຊິ່ງເປັນບໍລິສັດພະລັງງານລາຍໃຫຍ່ຂອງຣັດເຊຍ ປະກາດວ່າ ບໍລິສັດຈະປິດທໍ່ສົ່ງອາຍແກ໊ຊ Nord Stream 1 ເພື່ອເຮັດການສ້ອມບໍາລຸງ ເຊິ່ງການປິດທໍ່ສົ່ງອາຍແກ໊ຊດັ່ງກ່າວຈະສົ່ງຜົນໃຫ້ຢູໂຣບປະເຊີນວິກິດພະລັງງານແລະຈະເຮັດໃຫ້ລາຄາອາຍແກ໊ຊພຸ່ງຂຶ້ນອີກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page