ຖ້າມື້ນີ້ຫຼາຍຄົນຖິ້ມເຮົາໄປ ເຮົາຕ້ອງສູ້ຕໍ່ເພື່ອຕົນເອງ(ອ່ານແລ້ວມີກຳລັງໃຈ)

ຍາມເຮົາຍັງນ້ອຍເພິ່ງພາພໍ່ແມ່ຮຽກວ່າໄດ້ຮັບການລ້ຽງດູ ໃຫຍ່ມາເພິ່ງພາພໍ່ແມ່ຮຽກວ່າຊາວເກາະເພິ່ງພາຕົນເອງໄດ້ຈຶ່ງຊື່ວ່າເປັນຜູ້ໃຫຍ່

ເພິ່ງພາຕົນເອງໄດ້ຈຶ່ງຍິ້ມໄດ້ຢ່າງພູມໃຈຊັບສິນບໍ່ຫຼາຍ ຮູ້ຈັກຫາບໍ່ມີເຮືອນບໍ່ມີລົດ,ຮູ້ຈັກສ້າງເມື່ອຍແລ້ວທໍ້ແລ້ວຮູ້ຈັກທຸກ,ຮ້ອງໄຫ້ແລ້ວຮູ້ຈັກປອບຕົນເອງຄົນອື່ນໃຫ້ໄດ້ແຕ່ຕົ້ນກ້າລົງມືປູກເອງຈຶ່ງໄດ້ຮັບຮົ່ມເງົາຍາມອັບຈົນຢ່າໂທດຄົນອື່ນທີ່ບໍ່ອູ້ມຊູ.

1.ບໍ່ມີໃຜຢູ່ກັບເຮົາໄດ້ຕະຫຼອດໄປ: ປະຕິເສດບໍ່ໄດ້ວ່າເວລາມັກພັດພາກໃຜຫຼາຍໆຄົນໃຫ້ອອກໄປຈາກຊີວິດ ໃນແບບທີ່ເຮົາເອງບໍໄດ້ທັນຕັ້ງໂຕກັນຢູ່ສະເໝີ ຈຶ່ງບໍ່ແມ່ນເລື່ອງແປກທີ່ໃນບາງເທື່ອຄວາມຮູ້ສຶກໂດດດ່ຽວທັງຫຼາຍຈະກໍ່ໂຕຂຶ້ນພາຍໃນຈິດໃຈ ຈົນເຮັດໃຫ້ຮັບຮູ້ໄດ້ເຖິງຄວາມອ່ອນແອທີ່ມີ ດັ່ງນັ້ນການໃຊ້ຊີວິດຄົນດຽວໃຫ້ເປັນຄືເລື່ອງທີ່ສຳຄັນອີກເລື່ອງໜຶ່ງທີ່ຄົນເຮົາຈະຕ້ອງຮຽນຮູ້ເອົາໄວ້ເພາະບໍ່ແມ່ນວ່າທຸກສິ່ງໃນໂລກນີ້ຈະຢູ່ກັບເຮົາຕະຫຼອດໄປ


2.ເອົາແນ່ເອົານອນບໍ່ໄດ້ກັບໃຈຂອງຄົນອື່ນ: ເພາະໃຈຄົນເຮົາສາມາດປ່ຽນໄປແບບເອົາແນ່ເອົານອນບໍ່ໄດ້ໃນທຸກວິນາທີແລະເຮົາບໍ່ມີທາງທີ່ຈະຮັບຮູ້ໄດ້ເລີຍວ່າເມື່ອເຖິງຈຸດໆໜຶ່ງຂອງຊີວິດໃຜແດ່ທີ່ຈະຍັງຄົງຢູ່ຄຽງຂ້າງກັນໄປຕະຫຼອດ ການກຽມພ້ອມຮັບມືກັບຄວາມປ່ຽນແປງຫຼາຍໆຢ່າງຈຶ່ງອາດມີສ່ວນຊ່ວຍໃຫ້ສິ່ງທີ່ຕ້ອງປະເຊີນໜ້ານັ້ນບໍ່ແມ່ນເລື່ອງຍາກເກີນຮັບມືໄຫວ


3.ບໍ່ຕ້ອງເປັນພາລະຫຼືສ້າງຄວາມເດືອດຮ້ອນໃຫ້ກັບໃຜ: ໃນມຸມມອງຂອງຄວາມເປັນຈິງແລ້ວຄົນເຮົາຄວນຮຽນໃຊ້ສັກກາຍະພາບທີ່ມີຢູ່ໃນຕົນເອງຫຼືຊ່ວຍຕົນເອງໃຫ້ໄດ້ຢ່າງເຕັມທີ່ກ່ອນແລະເມື່ອບໍ່ໄຫວຫຼືຄິດວ່າເຮັດບໍ່ໄດ້ແລ້ວຈຶ່ງຫັນໜ້າໄປເພິ່ງພາຄວາມຊ່ວຍເຫຼືອຈາກຄົນອື່ນ ເຊິ່ງການກະທຳແບບນີ້ຈະເຮັດໃຫ້ເົຮາຮູ້ສຶກເຖິງຄຸນຄ່າທີ່ມີຢູ່ໃນຕົນເອງຫຼາຍຂຶ້ນ


4.ເຮັດໃນສິ່ງທີ່ຕ້ອງການໄດ້ຢ່າງເຕັມທີ່: ການໄດ້ເຮັດຫຍັງດ້ວຍຕົນເອງພຽງຄົນດຽວ ມັກຈະເຮັດໃຫ້ເຮົາຮູ້ສຶກໄດ້ເຖິງຄວາມເປັນອິດສະຫຼະແລະສາມາດໃຊ້ຊີວິດໃນແບບທີ່ຕ້ອງການໄດ້ຢ່າງເຕັມທີ່ແລະບໍ່ຕ້ອງຫ່ວງຫຼືເປັນກັງວົນວ່າໃຜຈະຮູ້ສຶກແບບໃດຖືເປັນການສ້າງຄວາມສຸກງ່າຍໆໃຫ້ກັບຕົນເອງໄດ້ອີກໃນຫົນທາງໜຶ່ງໂດຍທີ່ບໍ່ຕ້ອງເດືອດຮ້ອນໃຜອີກ


5.ເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ: ຄົນເຮົາຈະຮູ້ສຶກວ່າຕົນເອງສາມາດມີຊີວິດຢູ່ໄດ້ດີແລະເຂັ້ມແຂງຫຼາຍຍິ່ງຂຶ້ນ ກໍຕໍ່ເມື່ອໄດ້ກ້າວຜ່ານອຸປະສັກແລະບັນຫາຕ່າງໆໄປດ້ວຍຕົນເອງພຽງລຳພັງບາງທີ່ການຢູາໂຕຄົນດຽວຫຼືໃຊ້ຊີວິດຢູ່ຄົນດຽວໄດ້ ຈອ່ງອາດຈະບໍ່ແມ່ນເ/ລື່ອງທີ່ເບິ່ງບໍ່ດີລາຍສະເໝີໄປເພາະບາງຄັ້ງບົດຮຽນທັງຫຼາຍຂອງຊີວິດກໍອາດຈະໄດ້ມາຈາກປະສົບການ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page