ຮັກແທ້ມີຢູ່ຈິງ! ແມ່ຕູ້ບໍ່ແຕ່ງງານໃໝ່ຍຶດຄຳໝັ້ນສັນຍາກ່ອນໄປຮົບລໍຖ້າສາມີກັບມາ 76ປີ ສຸດທ້າຍຝັນເປັນຈິງ ສາມີກັບຄືນສູ່ອ້ອມກອດອີກຄັ້ງ
ເຊິ່ງກຳລັງເປັນກະແສໃນປະເທດຈີນເລື່ອງລາວສຸດປະທັບໃຈນີ້ໃນຄວາມຮັກຂອງສອງຄົນ ທີ່ຝ່າຍໜື່ງເຝົ້າລໍຖ້າອີກຝ່າຍກັບມາ ເຖິງແມ່ນວ່າເວລາຈະຜ່ານໄປຫຼາຍປີກໍບໍ່ຄິດຈະແຕ່ງງານໃໝ່ແລະຍັງຊ່ວຍເບິ່ງແຍງຄອບຄົວອີກຝ່າຍໃນທີ່ສຸດທັງສອງກໍໄດ້ພົບກັນ

ເສິນຊິ່ວອິງ ອາຍຸ 95ປີ ເປັນຍິງຊາວບ້ານຈາກໝູ່ບ້ານຫວງເຊົາໂພ ເຂດຈູ ເມື່ອງລື່ຈ້າວ ມົນທົນຊານຕົງລໍຖ້າຄຳໝັ່ນສັນຍາຂອງສາມີທີ່ຈະກັບມາຫາດົນ 76ປີ ເຖິງຫຼາຍໆຄົນຈະບອກວ່າຢຸດຈິນຕະນາການໄດ້ແລ້ວ ແຕ່ລາວກັບຕອບວ່າຫາກຍັງບໍ່ມີການແຈ້ງມໍລະນະສະແດງວ່າລາວຍັງມີຫວັງສະເໝີ ເຊິ່ງໃນປີ 2489 ເສິນຊິ່ວອິງອາຍຸ 18ປີໄດ້ແຕ່ງງານກັບຕົງຊິ່ວອັນ ອາຍຸ 22ປີ ຊາຍຜູ້ເປັນຮັກແທ້ຂອງລາວ ແຕ່ທັງສອງໄດ້ແຍກຈາກກັນຫຼັງໄດ້ແຕ່ງງານພຽງ 4ມື້
ຕົງຊິ່ວອັນ ກໍຕ້ອງໄດ້ເຂົ້າຮ່ວມກອງທັບອອກສູ່ສະໜາມຮົບ ພ້ອມກ່າວວ່າ “ຖ້າຈິງໃຈ ໃຫ້ຖ້າຂ້ອຍກັບມາ” ທາງເສິນຊິ່ວ ຍິ່ງກັງວົນກ່ຽວກັບຄວາມປອດໄພຂອງສາມີຂອງລາວແລະຮ້ອງໄຫ້ອອກມາ ແນວໃດກໍຕາມລາວຍັງຄົງສະໜັບສະໜູນການຕັດສິນໃຈຂອງສາມີຢ່າງໝັ່ນຄົງແມ່ນວ່າລາວຈະເຈັບປວດໃຈ ບໍ່ຮູ້ວ່າສາມີຈະກັບມາອີກເມື່ອໃດກໍຕາມ ຕົງຊິ່ວອັນເຄີຍໃສ່ຊຸດທະຫານກັບບ້່ານ 1ຄັ້ງຫຼັງຈາກນັ້ນກໍບໍ່ມີຂ່າວຄາວຂອງເຂົາອີກເລີຍ
ຜ່ານປີຜ່ານໄປຮູກລັກສະນະຂອງສາມີໃນຄວາມຊົງຈໍາກໍເລີ່ມຈາງຫາຍ ແຕ່ຄໍາເວົ້າ “ຖ້າຂ້ອຍແດ່ ຖ້າເຈົ້າຈິງໃຈ” ທີ່ເຂົາເວົ້າກ່ອນຈາກໄປຍັງຊັດເຈນຄືມື້ວານ ຈົນມື້ໜຶ່ງມົນທົນສົ່ງໃບຮັບຮອງສັນລະເສີນທະຫານກ້າທີ່ເສຍສະຫຼະຕົນຂອງຕົງຊິ່ວອັນມາບ້ານ ເຮັດໃຫ້ເສິນຊິ່ວອິງ ຕ້ອງຍອມຮັບຄວາມຈິງວ່າສາມີລາວໄດ້ເສຍສະຫຼະແທ້ໆແລ້ວເຂົາຈາກໄປຢ່າງບໍ່ຫວນຄືນມາ.