ໂລກສັ່ນສະເທືອນ! ຕົວເຕັງນາຍົກ UK ປະກາດກ້າວພ້ອມໃຊ້ອາວຸດນິວເຄຼຍທຳລາຍລ້າງ
ລິ ທັສ ຕົວເຕັງທີ່ຈະກ້າວມາເປັນຜູ້ນຳພັກຄອນເຊີເວທີ ເຊິ່ງຈະເປັນນາຍົກລັດຖະມົນຕີແຫ່ງລາດຊະອານາຈັກຄົນໃໝ່ ປະກາດກ້າວລະຫວ່າງເສິກດີເບວ່າພ້ອມຍິງອາວຸດນິວເຄຼຍໄທເດນ (Trident) ທຳລາຍລ້າງຖ້າມີຄວາມຈຳເປັນ
ໂດຍເຊື່ອວ່າການຕັດສິນໃຈດັ່ງກ່າວເປັນໜ້າທີ່ອັນສຳຄັນຂອງຄົນເປັນນາຍົກລັດຖະມົນຕີ ທັສ ເຊິ່ງມີຄວາມເປັນໄປໄດ້ຫຼາຍຂຶ້ນເລື່ອຍໆ ວ່າຈະກ້າວຂຶ້ນມາສືບທອດຕຳແໜ່ງຂອງ ບໍຣິດ ຈອນສັນ ກ່າວວ່າພ້ອມກົດປຸ່ມນິວເຄຼຍຖ້າມີີຄວາມຈຳເປັນເຖິງແມ່ນວ່າມັນອາດຈະໝາຍເຖິງການລຳລາຍລ້າງໂລກກໍຕາມ
ລັດຖະມົນຕີຕ່າງປະເທດຍິງ ທ່ານນີ້ບໍ່ໄດ້ກ່າວເພີ່ມເຕີມວ່າປະເທດໃດທີ່ສະຫະລາດຊະອານາຈັກອາດໃຊ້ອາວຸດນິວເຄຼຍຈັດການ ແຕ່ລະຫວ່າງການລົງຫາສຽງທີ່ຜ່ານມາ ລາວມັກໃຊ້ຄຳເວົ້າທີ່ແຂງແກ່ງຕ່າງໆຫຼາກຫຼາຍ
ໂດຍມີເປົ້າໝາຍຫຼັກຄືຣັດເຊຍກາງວິກິດຄວາມຄັດແຍ້ງລະຫວ່າງຣັດເຊຍກັບຢູເຄຼນ
ທັສ ຍັງສັນຍາວ່າຈະເພີ່ມການໃຊ້ຈ່າຍດ້ານການທະຫານ 3% ຂອງຈີດີພີໃນຊ່ວງທ້າຍສະຕະວັດນີ້ ທັງທັສແລະຣິຊີ ຊູນັດ ອາດີດລັດຖະມົນຕີຄຣັງ ຜູ້ສະໝັກທີ່ເຫຼືອລອດ 2ຄົນສຸດທ້າຍ ສຳລັບຊິງຕັ່ງຜູ້ນຳພັກຄອນເຊີເວທີ ຕ່າງກ່າວໂທດປະທານາທິບໍດີ ປູຕິນ ຂອງຣັດເຊຍ