6 ເລື່ອງທີ່ບໍ່ຄວນໂພສໃນເຟສບຸກ ອາດຮ້າຍແຮງກວ່າທີ່ເຈົ້າຄິດອີກ

ດຽວນີ້ໃຜໆກໍໃຊ້ເຟສບຸກໃນການຕິດຕໍ່ສື່ສານແລະອັບເດຂ່າວສານຂອງໝູ່ເພືອນ ເຊິ່ງເປັນການຕິດຕໍ່ທີ່ສະດວກສະບາຍຫຼາຍ

ສຳລັບຊີວິດໃນຍຸກປະຈຸບັນແຕ່ເພາະຄວາມມັກງ່າຍນີ້ເອງອາດເຮັດໃຫ້ຫຼາຍໆຄົນບໍ່ໄດ້ຄິດວ່າສິ່ງທີ່ໂຊອອກໄປນັ້ນໃຫ້ສາທາລະນະໄດ້ຮັບຮູ້ອາດເປັນຜົນເສຍພາຍຫຼັງດັ່ງ 6ຂໍ້ລຸ່ມນີ້ທີ່ບໍ່ຄວນໂພສ:


1.ຂໍ້ຄວາມສົນທະນາສ່ວນຕົວ: ການແຄັຂໍ້ຄວາມທີ່ສົນທະນາກັນໃນກ່ອງຂໍ້ຄວາມສ່ວນຕົວມາໂພສໃຫ້ທີ່ສາທາລະນະຮັບຮູ້ ເປັນການບໍ່ໃຫ້ກຽດຄົນທີ່ກຳລັງສົນທະນາເປັນຢ່າງຍິ່ງ ຄືເປັນການເອົາຄວາມລັບມາເປີດເຜີຍໃນທີ່ສາທາລະນະ

ເພາະບາງທີຄົນທີ່ເຮົາສົນທະນານຳອາດບໍ່ຢາກເປີດເຜີຍເລື່ອງລາວທີ່ສົນທະນາກັນໃຫ້ຄົນອື່ນຮູ້ ຍົກເວັ້ນເຂົາອານຸຍາດໃຫ້ໂພສໄດ້ ເລື່ອງບາງເລື່ອງເຮົາບໍ່ໄດ້ເບິ່ງວ່າເປັນເລື່ອງໃຫຍ່ກັບສ້າງຜົນເສຍໄດ້ຢ່າງບໍ່ໜ້າເຊື່ອເລີຍດັ່ງນັ້ນເຮົາຄວນໃຫ້ກຽດກັນກ່ອນ

2.ຮູບພາບໃນຂະນະທີ່ດື່ມສິ່ງ ມືນ ເມົາ ຫຼືສູບ ຢາ: ບາງຄົນອາດຈະຖຽງວ່າການດື່ມການສູບຢາເປັນເລື່ອງປົກກະຕິໃຜໆກໍເຮັດ ແຕ່ເຊື່ອເລີຍວ່າການຖ່າຍຮູບໃນຂະນະທີ່ດື່ມຫຼືສູບຢາລົງໃນເຟສ ບໍ່ແມ່ນເລື່ອງດີ ເພາະຫາກມື້ໜື່ງຄົນໃນບ່ອນເຮັດວຽກ ແນ່ນອນວ່າພາບລັກຂອງເຮົາຈະຕິດລົບທັນທີແບບບໍ່ໄດ້ມາພິຈາລະນາກັນລຶກໆ

3.ໂພສຮູບອວດຊັບສິນມີຄ່າຕ່າງໆ: ການໂພສຮູບເຄື່ອງຂອງທີ່ມີຄ່າເຊັ່ນ: ຊັບສິນເງີນທອງຕ່າງໆ ບໍ່ແມ່ນເລື່ອງຜິດ ແຕ່ອາດນຳໄພອັນຕະລາຍມາສູ່ຕົນເອງໄດ້ ເພາະສະໄໝນີ້ໂຈນຈະມັກຫາເຫຍື່ອຕາມໂລກອອນລາຍມີບໍ່ໜ້ອຍຢ່າງທີ່ປາກົດເປັນຂ່າວມາຫຼາຍໆຄະດີ

4. ບອກເລີກແຟນໃຫ້ຄົນອື່ນຮັບຮູ້: ການໂພສປະໂຫຍດ “ ເລີກກັນເນາະ” ໃນໜ້າເຟສຂອງຄົນທີ່ກຳລັງຈະເປັນອາດີດຄົນຮັກຫຼືການໂພສດ່າທີ່ເສຍຫາຍ ກ່ອນບອກເລີກເປັນສິ່ງທີ່ບໍ່ຄວນເຮັດຢ່າງຍິ່ງເພາະເປັນການບໍ່ກຽດອີກຝ່າຍຢ່າງຮຸນແຮງ ເບິ່ງຄືເປັນການປະຈານເລື່ອງສ່ວນຕົວຂອງຕົນເອງໃຫ້ຄົນອື່ນໄດ້ຮັບຮູ້

5.ໂພສຮູບພາບໂຊຮ່າງກາຍ: ການໂພສຮູບພາຍເກີນພໍດີຂອງຕົນເອງລົງໃນເຟສບຸກ ບໍ່ແມ່ນເລື່ອງດີຢ່າງແນ່ນອນ ເພາະນອກຈາກຈະເຮັດໃຫ້ພາບລັກຂອງເຮົາເບິ່ງຄືບໍ່ດີໃນສາຍຕາຄົນອື່ນແລ້ວ ຍັງສ່ຽງເປັນອັນຕະລາຍຕໍ່ຕົນເອງຖ້າເກີດມີໂລກຈິດມາຕິດຕາມເຮົາແທ້ແລະພະຍາຍາມຫາຂໍ້ມູນສ່ວນຕົວຂອງເຮົາໄພອັນຕະລາຍອາດຕາມມາຢ່າງແນ່ນອນ.

6.ໂພສດ່າຄົນອື່ນ: ການໂພສດ່າຫຼືພາດພິງໃຜໃນແງ່ລົບລົງເຟສບຸ ບໍ່ແມ່ນເລື່ອງທີ່ຄວນເຮັດຢ່າາງຍິ່ງ ເພາະຫາກຄົນທີ່ຖືກພາດພິງມາເຫັນເຂົ້າອາດເກີດບັນຫາຜິດໃຈກັນບໍ່ຈົບບໍ່ສິ້ນ ທັງນີ້ຍັງເຮັດໃຫ້ຄົນອື່ນໆ ທີ່ຢູ່ໃນໂລກອອນລາຍເບິ່ງເຮົາໃນແງ່ລົບ ແລະເປັນປະຫວັດການໂພສທີ່ບໍ່ດີ,

Leave a Reply

Your email address will not be published. Required fields are marked *

You cannot copy content of this page