“ ເງີນ ສາມາດຊື້ໄດ້ທຸກສິ່ງ” ຍົກເວັ້ນ 10ຢ່າງນີ້ ເຖິງມີເງີນຫຼາຍເທົ່າໃດກໍບໍ່ສາມາດຊື້ໄດ້

ຈົ່ງຈ່າຍເງີນຂອງເຮົາໃຫ້ກັບສິ່ງທີ່ເງີນຊື້ໄດ້ແລະຈົ່ງໃຊ້ເວລາຂອງເຮົາໄປກັບສິ່ງທີ່ເງີນຊື້ບໍ່ໄດ້

1.ຄວາມຮັກ: ເງີນຊື້ຄົນມາຢູ່ນຳໄດ້ ແຕ່ຊື້ຄວາມຮັກຈາກເຂົາບໍ່ໄດ້ ( ຄົນສ່ວນຫຼາຍຢູ່ກັບເຮົາ ຕອນທີ່ເຮົາຍັງໃຫ້ເງີນເຂົາເທົ່ານັ້ນ)

2.ຄວາມຈິງ: ເງີນອາດຈະໃຊ້ປົກປິດຄວາມຈິງໄດ້ຊົ່ວຄາວ ແຕ່ສຸດທ້າຍຄວາມຈິງຈະປາກົດອອກມາບໍ່ວ່າເຮົາຈະປົກປິດແນວໃດກໍຕາມ
3.ເວລາ: ເງີນຊື້ເວລາຂອງຄົນອື່ນໄດ້ ແຕ່ເງີນຊື້ເວລາຂອງເຮົາບໍ່ໄດ້ ເປັນຫຍັງຄົນສ່ວນຫຼາຍຈື່ງຂາຍເວລາຂອງເຮົາທັງໝົດເພື່ອແລກເງີນ


4.ຄວາມສຸກ: ເງີນຊື້ຄວາມມ່ວນໄດ້ ແຕ່ຊື້ຄວາມສຸກບໍ່ໄດ້ຫຼາຍຄົນໃຊ້ຊີວິດຢ່າງມ່ວນຊື່ນແຕ່ເຂົາບໍ່ເຄີຍມີຄວາມສຸກເລີຍ
5.ສຸຂະພາບ: ເງີນຈ່າຍຄ່າມໍໄດ້ແຕ່ຕຽງຄົນໄຂ້ເຮົາຕ້ອງນອນເອງ ເຮົາເຮັດວຽກໜັກຈົນບໍ່ມີເວລາດູແລຕົນເອງແລະຄອບຄົວ ເພື່ອທີ່ເຮົາຈະໄດ້ນອນຕຽງທີ່ດີທີ່ສຸດໃນໂຮງໝໍກໍເທົ່ານັ້ນເອງ
6.ການຍອມຮັບ: ເອົາເງີນຈ່າຍໃຫ້ຄົຍນເຫັນພ້ຶອມໄດ້ ແຕ່ການຍອມຮັບຢ່າງແທ້ຈິງບໍ່ສາມາດໃຊ້ເງີນຊື້ໄດ້


7.ໝູ່ແທ້: ໝູ່ກິນຫາງ່າຍຖ້າເຮົາຈ່າຍ ແຕ່ໝູ່ແທ້ໃຊ້ເງີນຊື້ບໍ່ໄດ້ ຄົນທີ່ຢູ່ຂ້າງເຮົາເວລາບໍ່ມີຫຍັງນັ້ນຄືໝູ່ແທ້
8.ເຮືອນ: ເງີນຊື້ທີ່ຢູ່ອາໄສໄດ້ ແຕ່ຊື້ເຮືອນທີ່ອົບອຸ່ນບໍ່ໄດ້ ເພາະເຮືອນບໍ່ແມ່ນພຽງສະຖານທີ່ແຕ່ມັນຄືຄົນທີ່ເຮົາເຊື່ອມຕໍ່ດ້ວຍ


9.ຄວາມໝັ້ນຄົງ: ມີເງີນເທົ່ໃດກໍບໍ່ລວຍຖ້າເຮົາບໍ່ຮູ້ວ່າຄວາມໝາຍລວຍ ແປວ່າເຮົາມີຊີວິດທີ່ເລືອກແລະກຳນົດເອງ “ສາມາໃຊ້ເວລາຊີວິດກັບສິ່ງທີ່ເຮົາເລືອກ” ບໍ່ໄດ້ວັດທີ່ຈຳນວນເງີນ
10.ປະສົບການ: ເຮົາຮຽນຮູ້ໄດ້ຈາກການອ່ານໜັງສື ແຕ່ສຸດທ້າຍເຮົາຈະບໍ່ເຂົ້າໃຈມັນແທ້ ຈົນກວ່າເຮົາຈະປ່ຽນເປັນປະສົບການຂອງເຮົາແລະປະສົບການໃນຍຸກນີ້ສຳຄັນກວ່າໃບປະລິນຍາແຕ່ຕ້ອງຫາເງີນໃຫ້ເປັນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page