6 ສິ່ງນີ້ທີ່ຄວນເຮັດໃນເວລາຫວ່າງ ຖ້າຢາກປະສົບຜົນສໍາເລັດ

6 ສິ່ງນີ້ທີ່ຄວນເຮັດໃນເວລາຫວ່າງ ຖ້າຢາກປະສົບຜົນສໍາເລັດ

ຮູ້ຫຼືບໍວ່າ ບໍລິສັດທີ່ເປີດໃໝ່ມີໂອກາດລົ້ມເຫຼວຫຼາຍກວ່າປະສົບຜົນສຳເລັດເຖິງ 4ເທົ່າຕົວ ແລ້ວຮູ້ບໍວ່າເປັນຫຍັງເຖິງຍາກທີ່ຈະປະສົບຜົນສຳເລັດເມື່ອເຮົາເລີ່ມຕົ້ນທຸລະກິດມັນຂື້ນຢູ່ກັບຫຼາຍສິ່ງຫຼາຍປັດໄຈແລະໜື່ງໃນນັ້ນກໍຄື “ ວິທີການໃຊ້ເວລາຫວ່າງຂອງຜູ້ປະກອບການ” ນັ້ນເອງ

ສິ່ງທີ່ເຮົາສາມາດສ້າງສັນຂືນມາໃນຍາມຫວ່າງມັກຈະນຳໄປສູ່ຄວາມສຳເລັດໃນອາຊີບໄດ້ແລະບອກໄດ້ເລີຍວ່າຄົນທີ່ປະສົບຜົນສຳເລັດສ່ວນໃຫຍ່ໃຊ້ເວລາໄດ້ໃຫ້ເກີດປະໂຫຍດຫຼາຍວ່າການບໍ່ເຮັດສິ່ງທີ່ບໍ່ມີສາລະແລະບໍ່ເກີດປະໂຫຍດ

1.ອອກກຳລັງກາຍ: ການອອກຳລັງກາຍເປັນສິ່ງທີ່ດີຕໍ່ຮ່າງກາຍແລະຈິດໃຈ ຈາກການວິໄຈພົບວ່າຜູ້ທີ່ອອກກຳລັງກາຍ 30ນາທີຕໍ່ມື້ 5ມື້ຕໍ່ອາທິດ ຈະມີຄວາມສຸຂະພາບຂອງສະໝອງທີ່ດີຂື້ນ ເຊິ່ງປະກອບດ້ວຍດ້ານອາລົມ ຄວາມຄຽດທີ່ຫຼຸດລົງ ຄວາມຄິດສ້າງສັນຂື້ນ ແລະ ຄວາມປອດໂປ່ງ.

2.ເຮັດວຽກເສີມ: ຄົນທີ່ປະສົບຄວາມສຳເລັດສ່ວນຫຼາຍຈະມີຊີວິດນອກເໜືອຈາກການເຮັດວຽກທີ່ໜ້າສົນໃຈສ່ວນໜື່ງມາຈາກກິດຈະກຳຍາມຫວ່າງທີ່ພວກເຂົາເລືອກເຮັດ
3.ຫາຄວາມຮູ້: ຄວາມສຳເລັດມັກຈະມີທີ່ມາຈາດຄວາມຮັກໃນການຮຽນຮູ້ ຫາກເຮົາຢາກສ້າງນິໄສຮັກການຮຍນຮູ້ໃຫ້ເຮົາລອງສະແຫວງຫາຄວາມຮູ້ໃໝ່ໆ ບາງຄົນມັກຮຽນພາສາ,ສ່ວນບາງຄົນກໍມັກຮຽນຮູ້ເທັກໂນໂລຢີໃໝ່ໆ ສ່ວນຫຼາຍເຂົາຈະນຳໃຊ້ຄວາມຮູ້ນັ້ນມາປະກອບອາຊີບ.

4.ພັດທະນາສະຕິ: ການຫຼິ້ນໂຍຄະເປັນກິດຈະກຳສົ່ງເສີມສຸຂະພາບທີ່ແພ່ຫຼາຍໃນປະຈຸບັນນັ້ນມີທີ່ມາ ເພາະການພັດທະນາສະຕິນັ້ນສາມາດຊ່ວຍໃຫ້ເຮົາຜ່ອນຄາຍແລະຊ່ວຍການເຮັດວຽກງານຂອງສະໝອງ ເສີມສ້າງຄວາມຄິດສ້າງສັນແລະດີຕໍ່ຮ່າງກາຍແລະຈິດໃຈ.

5.ເຮັດວຽກອາສາສະໝັກ: ຫາກເຮົາເລີ່ມເບິ່ງບໍ່ເຫັນພາບລວມຫຼືເສັ້ນທາງຂອງເປົ້າໝາຍແລ້ວເຮົາລອງຫາໂອກາດເປັນອາສາສະໝັກຊ່ວຍເຫຼືອຄົນທີ່ດ້ອຍກວ່າ ການຊ່ວຍເຫຼືອຄົນຊ່ວຍໃຫ້ເຮົາຄິດເຖິງເລືາອງບັນຫາອື່ນໆນອກເໜືອຈາກວຽກງານແລະເຮັດໃຫ້ເຮົາພົບແນວທາງໃນການພັດທະນາທຸລະກິດ


6.ອ່ານໜັງສື: ວິທີ່ ທີ່ດີທີ່ສຸດໃນການຝຶກຕົນເອງໃຫ້ທຽບເທົ່າກັບຜູ້ປະສົບຜົນສຳເລັດຄົນອື່ນໆ ນັ້ນກໍຄືການອ່ານ ບໍ່ວ່າເຮົາຈະອ່ານຂ່າວຫຼືໜັງສືຄູ່ມືທຸລະກິດ ການອ່ານຈະຊ່ວຍເພີ່ມຄວາມຄິດສ້າງສັນ ພັດທະນາຄວາມຄິດຂອງເຮົ່າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page