ບໍ່ແມ່ນແຕ່ຕີຕອບໂຕ້! ຢູເຄຼນປະກາດກ້າວຈະຍຶດຄືນໄຄເມຍຈາກຣັດເຊຍ

ບໍ່ແມ່ນແຕ່ຕີຕອບໂຕ້! ຢູເຄຼນປະກາດກ້າວຈະຍຶດຄືນໄຄເມຍຈາກຣັດເຊຍ

ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ສັນຍາວ່າ ຄຽບຈະກອບກູ້ປົກຄອງຂອງເຂົາເໜືອໄຄເມຍ ຫຼັງແຫຼມແຫ່ງນີ້ຖືກຣັດເຊຍເຂົ້າເປັນສ່ວນໜື່ງຂອງດິນແດນຢ່າງຜິດກົດໝາຍມາຕັ້ງແຕ່ປີ 2014


“ເພື່ອເອົາຊະນະການກໍ່ການຮ້າຍ ມັນມີຄວາມຈຳເປັນທີ່ຕ້ອງໄດ້ຮັບໄຊຊະນະໃນການສູ້ຮົບກັບພວກຮຸກຮານຣັດເຊຍ” ເຂົາບອກກັບບັນດາຜູ້ນຳປະເທດແລະອົງກອນຕ່າງໆ ຫຼາຍສິບຄົນ ເຂົ້າຮ່ວມປະຊຸມທາງໄກ ໄຄເມຍ ແພດຟອມ ເພື່ອຫາລືແລະສະຫຼຸບສະຖານະການຕ່າງໆໃນຊ່ວງ 6ເດືອນທີ່ຜ່ານມາ


ການປະຊຸມນີ້ຈັດຂຶ້ນເພື່ອຫາທາງກອບກູ້ບູລະນະພາບແຫ່ງດິນແດນຂອງຢູເຄຼນເໜືອແຫຼມໄຄເມຍ “ມນມີຄວາມຈຳເປັນຕ້ອງປົດປ່ອຍໄຄເມຍ ຈະເປັນການຟື້ນຄືນຄວາມສະຫງົບຮຽບຮ້ອຍຂອງໂລກ” ເຊເລນສະກີ ກ່າວ
ຜູ້ທ່ານນີ້ບອກວ່າຢູເຄຼນຈະຍຶດຄືນໄຄເມຍໃນທຸກຫົຍທາງທີ່ລັດຖະບານຂອງເຂົາເຊື່ອວ່າເປັນເລື່ອງຖຶກຕ້ອງແລະຈະບໍ່ໄດ້ປຶກສາກັບປະເທດອື່ນໆກ່ອນລົງມືເຮັດແບບນັ້ນ


ປະທານາທິບໍດີຢູເຄຼນລະບຸວ່າ ທະຫານຈະຕອບໂຕ້ການໂຈມຕີໃດໆ ໃສ່ກຣຸງຄຽບໃນແນວທາງດຽວທີ່ພວກເຂົາຈະເຮັດສຳລັບຕອບໂຕ້ການໂຈມຕີຂອງຣັດເຊຍໃສ່ເມືອງອື່ນໆ “ພວກເຂົາຈະພົບການຕອບໂຕ້ທີ່ມີພະລັງງານ” ເຊເລນສະກີກ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page