ສະຫະລັດເຕືອນ! ພົນລະເມືອງຮີບອອກຈາກຢູເຄຼນ ຫວັ່ນຣັດເຊຍຍົກລະດັບໂຈມຕີ

ສະຫະລັດເຕືອນ! ພົນລະເມືອງຮີບອອກຈາກຢູເຄຼນ ຫວັ່ນຣັດເຊຍຍົກລະດັບໂຈມຕີ

ລັດຖະບານສະຫະລັດຮຽກຮ້ອງໃຫ້ພົນລະເມືອງອາເມລິກາໃນຢູເຄຼນ ເດີນທາງອອກຈາກປະເທດໃນທັນທີຫາກເປັນໄປໄດ້ ເນື່ອງຈາກກັງວົນວ່າຣັດເຊຍຈະຍົກລະດັບການໂຈມຕີ ເຊິ່ງເປັນວັນຊາດຂອງຢູເຄຼນ

ຈາກການລາຍງານຂອງສຳນັກຂ່າວກ່າວວ່າ ຣັດເຊຍສະຫະລັດຮຽກຮ້ອງໃຫ້ຊາວອາເມລິກາທີ່ຢູ່ໃນຢູເຄຼນເດີນທາງອອກຈາກປະເທດທັນທີພ້ອມເຕືອນວ່າຣັດເຊຍກຳລັງຍົກລະດັບຄວາມພະຍາຍາມໃນການໂຈມຕີໂຄງສ້າງພື້ນຖານຂອງພົນລະເມືອງແລະອາຄານລັດຖະບານ ກ່ອນຈະຮອດວັນຊາດຢູເຄຼນຄັ້ງທີ 31 ແລະເປັນມືຄົບຮອບ 6ເດືອນທີ່ຣັດເຊຍບຸກໂຈມຕີພວກເຂົາດ້ວຍ


“ສະຖານທູດສະຫະລັດ ຮຽກຮ້ອງໃຫ້ພົນລະເມືອງອາເມລິກາອອກຈາກຢູເຄຼນໃນທັນທີ ໂດຍໃຊ້ການຂົນສົ່ງທາງບົກສ່ວນບຸກຄົນທີ່ເປັນໄປໄດ້ ຫາກປອດໄພທີ່ຈະເຮັດ” ສະຖານທູດສະຫະລັດ ໂພສຄຳເຕືອນໃນເວັບໄຊ້ຂອງເຂົາ “ສະຖານະການຄວາມໝັ້ນຄົງທົ່ວທັງຢູເຄຼນປ່ຽນແປງໄດ້ຢ່າງງ່າຍດາຍແລະສະຖານະການອາດໂຫດຮ້າຍລົງໂດຍບໍ່ມີການເຕືອນລ່ວງໜ້າ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page