ບໍລິສັດຈີນໂຫດ! ລົງໂທດໃຫ້ພະນັກງານກິນໄຂ່ດິບ ຫາກເຮັດຍອດຂາຍບໍ່ໄດ້ຮອດເປົ້າໝາຍ

ບໍລິສັດຈີນໂຫດ!ລົງໂທດໃຫ້ພະນັກງານກິນໄຂ່ດິບ ຫາກເຮັດຍອດຂາຍບໍ່ໄດ້ຮອດເປົ້າໝາຍ


ເລື່ອງລາວທີ່ເກີດຂຶ້ນໃນບໍລິສັດຈີນແຫ່ງນີ້ກຳລັງເປັນກະແສໃນໂລກອອນລາຍ ຫຼັງຈາກຖືກເປີດເຜີຍວ່າ ພວກເຂົາລົງໂທດພະນັກງານຂອງຕົນເອງດ້ວຍການສັ່ງໃຫ້ກິນໄຂ່ດິບ ທຸກຢ່າງເລີ່ມຕົ້ນຈາກການທີ່ທ່ານຕູ້ ນັກສຶກສາຊັ້ນປີທີ2 ໄດ້ເປີດເຜີຍ

ປະສົບການອັນໂຫດຮ້າຍຂອງເຂົາໃນຖານະນັກສຶກສາຝຶກງານຂອງບໍລິສັດດ້ານເທັກໂນໂລຊີແຫ່ງໜື່ງໃນເມືອງເຈິ້ງໂຈ ເຂົາອ້າງວ່າບໍລິສັດດັ່ງກ່າວມີກົດທີ່ແປກປະຫຼາດເຊິ່ງພະນັກງງານຕ້ອງກືນໄຂ່ດິບລົງທ້ອງຫາກພວກເຂົາບໍ່ສາມາດເຮັດຍອດຂາຍໄດ້ຮອດເປົ້າໃນຊ່ວງເວລາທີ່ກຳນົດຫຼືບໍ່ເປັນໄປຕາມຄວາມຄາດຫວັງຂອງຝ່າຍບໍລິຫານ


ຊາຍໜຸ່ມໄດ້ອ້າງວ່າເຂົາໄດ້ຢຸດການຝຶກງານຫຼັງຈາກປະຕິເສດທີ່ຈະປະຕິບັດຕາມກົດແລະຝ່າຍບໍລິຫານບອກໃຫ້ເຂົາຂຽນເຫດຜົນໃນການອອກຈາກການຝຶກງານວ່າ “ເຫດຜົນສ່ວນຕົວ” ເພື່ອບໍ່ໃຫ້ເປັນການກ່າວໂທດບໍລິສັດ
ການອອກມາໂພສໃນເລື່ອງນີ້ເຮັດໃຫ້ເກີດເປັນກະແສໃນໂລກອອນລາຍຂອງຈີນຢ່າງວ່ອງໄວ ຕໍ່ມາເຂົາໄດ້ເປີດເຜີຍຍວີດີໂອທີ່ສະແດງໃຫ້ເຫັນວ່າພະນັກງງານຂອງບໍລິສັດມີອາການປຸ້ນທ້ອງ,ອາຈຽນ ຫຼັງພະຍາຍາມກືນໄຂ່ດິບ ແລະບໍລິສັດດັ່ງກ່າວໄດ້ຖືກປະນາມວ່າປະຕິບັດກັບພະນັກງງານຢ່າງໄຮ້ມະນຸດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page