ແນວຄິດທີ່ວ່າ…ມີລູກເພື່ອຫວັງທີ່ຈະມາໃຫ້ດູແລໃນຍາມເຖົ້ານັ້ນເປັນແນວຄິດຂອງຄົນວະໄໝກ່ອນໃນຍຸກສັງຄົມປະຈຸບັນຈະໃຊ້ຄວາມຄິດແບບນີ້ໄດ້ຢູ່ບໍ
“ມີລູກເພື່ອທີ່ວ່າຈະໄດ້ມີຄົນດູແລເຮົາຕອນອາຍຸຫຼາຍຂຶ້ນ” ເຊິ່ງມັນຈະແປໄດ້ອີກທາງວ່າ… ຫາກລູກບໍ່ຍອມດູແລຄືບໍ່ມີຄວາມກະຕັນຍູແບບນັ້ນບໍ? ຫຼືວ່າໃນຄວາມເປັນຈິງນີ້ຄືຄວາມຮັກທີ່ຫວັງຜົນ ເປັນຄວາມເຫັນແກ່ຕົວຂອງຄົນທີ່ເປັນພໍ່ແມ່…!!
ນີ້ຈະຊ່ວຍສອນໃຈໄດ້ບໍ່ໜ້ອຍເລີຍ ເລື່ອງມີຢູ່ວ່າ…
ມີແມ່ຄົນໜື້່ງທີ່ສາມີຂອງລາວເສຍຊີວິດໄປດົນແລ້ວ ລາວເຮັດວຽກງານຄົນດຽວໂດຍສອນໜັງສືຫາເງີນມາລ້ຽງຄອບຄົວລ້ຽງລູກຊາຍຄົນເຕີບໃຫຍ່ແລະເດັກຜູ້ຊາຍກໍສອນງ່າຍ
ເຊື່ອຟັງແມ່ຕັ້ງແຕ່ຍັງນ້ອຍ ພໍລູກໃຫຍ່ມາກໍສົ່ງໄປຮຽນອາເມລິກາ ຫຼັງຈາກຮຽນຈົບເຂົາກໍຢູ່ເຮັດວຽກບ່ອນນັ້ນເລີຍ ຊື້ເຮືອນ,ແຕ່ງງານ ມີລູກ 1ຄົນ ສ້າງຄອບຄົວອົບອຸ່ນແລະມີຄວາມສຸກ ແລ້ວແມ່ເຂົາກໍຕັດສິນໃຈຍ້າຍໄປຢູ່ກັບລູກແລະລູກໄພ້ແລະຫຼານ ທີ່ອາເມລິກາ ໃນຊ່ວງອາຍຸຫຼັງກະສຽນ ຊີວິດບັ້ນປາຍກໍມີຄວາມສຸກດີ ເຊິ່ງ 3ເດືອນກ່ອນທີ່ຈະກະສຽນນັ້ນກໍຮີບຂຽນຈົດໝາຍບອກກັບລູກຊາຍເຊິ່ງບອກເຖິງຄວາມປາຖະໜາກັບລູກຊາຍວ່າ… ມີລູກເອົາໄວ້ລ້ຽງຍາມເຖົ້າແກ່ຄິດຮອດສາຍຕາຂອງຍາດພີ່ນ້ອງໝູ່ເພື່ອນ
ພຽງແຕ່ຄິດຮອດຮູບພາບເຫຼົ່ານັ້ນວ່າທຸກຄົນຈະອິດສາລາວ ລາວມີຄວາມສຸກຈາກນັ້ນສົ່ງໄປກໍລໍຖ້າຈົດໝາຍຕອບກັບຈາກລູກຊາຍ ເຊິ່ງລາວກໍຈັດການເລື່ອງເຮືອນງານຕ່າງໆຮຽບຮ້ອຍແລະໃນຄືນສຸດທ້ານກ່ອນທີ່ລາວຈະຫະສຽນນັ້ນ ຈົດໝາຍຈາກລູກຊາຍກໍມາເຖິງ ພໍເປີດອ່ານອອກມາເບິ່ງກໍເຫັນເປັນ ແຊັກມູນຄ່າ 3ໝື່ນຫຼຽນໂດລາລາວກໍແປກໃຈຫຼາຍເພາະລູກຊາຍບໍ່ເຄີຍສົ່ງເງີນໃຫ້ລາວ ແລ້ສຈາກນັ້ນກໍໄດ້ເປີດອ່ານຈົດໝາຍທີ່ມີໃຈຄວາມວ່າ… ພວກເຮົາບໍ່ຍິນດີໃຫ້ແມ່ມາຢູ່ນຳທີ່ອາເມລິກາ
ຖ້າແມ່ຄິດວ່າແມ່ມີບຸນຄຸນທີ່ລ້ຽງມາຄຳນວນຕາມລາຄາຕະຫຼາດກໍປະມານ 20.000ຫຼຽນ ກໍເລີຍສົ່ງແຊັກໃຫ້ແມ່ 30.000ຫຼຽນຫວັງວ່າຕໍ່ໄປນີ້ແມ່ຈະບໍ່ົຂຽນຈົດໝາຍຫາອີກ ຫຼັງຈາກອ່ານຈົດໝາຍຈົບກໍນໍ້າຕາໄຫຼເລີຍ ຮູ້ສຶກວ່າຕ້ອງເປັນແມ່ໝ້າຍຕະລອດຊີວິດແລະລາວຕັດສິນໃຈສອກສາພະພຸດທະສາສະຖາຫຼັງຈາກນັ້ນລາວກໍຄິດໄດ້ວ່າລາວໃຊ້ເງີນ 30.000ຫຼຽນໄປທ່ຽວຮອບໂລກຈະໄດ້ເຫັນສິ່ງໃໝ່