ແນວໃດແທ້! ໄບເດນຈະມອບເງິນໃຫ້ຢູເຄຼນ3ພັນລ້ານໂດຣາແຕ່ຕ້ອງຖ້າເປັນປີຈຶ່ງໄດ້
ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ລະນຶກວັນຄົບຮອບເອກະລາດຂອງຢູເຄຼນ ດ້ວຍການມອບຄວາມຊ່ວຍເຫຼືອດ້ານຄວາມໝັ້ນຄົງອີກ 3.000ລ້ານໂດລາ ຖືເປັນການຊ່ວຍເຫຼືອກ້ອນໃຫຍ່ທີ່ສຸດຂອງວໍຊິງຕັນ
ນັບຕັ້ງແຕ່ຣັດເຊຍເປີດສາກຮຸກຮານໃນ 6ເດືອນກ່ອນ ແຕ່ອາດໃຊ້ເວລາດົນຫຼາຍເດືອຫຼືຫຼາຍປີກວ່າທີ່ການສົ່ງມອບດັ່ງກ່າວຈະເຖິງມືຢູເຄຼນ
ຄຳຖະແຫຼງກ່ຽວກັບຄວາມຊ່ວຍເຫຼືອຄັ້ງໃຫຍ່ມີຂຶ້ນໃນຂະນະທີ່ບັນດາເຈົ້າໜ້າທີ່ສະຫະລັດ ເຕືອນວ່າຣັດເຊຍເບິ່ງຄືກຳລັງວາງແຜນໂຈມຕີຮອບໃໝ່ໃນອີກບໍ່ຮອດມື້ທາງໜ້າແລະກັບໂຄງສ້າງພື້ນຖານທາງພົນລະເມືອງຂອງຢູເຄຼນແລະສິ່ງປຸກສ້າງຕ່າງໆຂອງລັດຖະບານ “ສະຫະລັດອາເມລິກາມຸ່ງໝັ້
ນສະໜັບສະໜູນປະຊາຊົນຊາວຢູເຄຼນ ໃນຂະນະທີ່ພວກເຂົາຍັງຄົງເດີນໜ້າສູ້ຮົບເພື່ອປົກປ້ອງອະທິປະໄຕຂອງຕົນເອງ” ໄບເດັນກ່າວ ໃນຖ້ອຍຖະແຫຼງເປີດຕົວການຊ່ວຍເຫຼືອເຊິ່ງເກີດຂຶ້ນໃນວາລະທີ່ຢູເຄຼນສອງຫຼອງຄົບຮອບ 31ປີຂອງການແຍກຕົວເປັນເອກະລາດຈາກສະຫະພາບໂຊຫວຽດ
ການວາງແຜນຊຸດໃໝ່ນີ້ໃຊ້ເງີນທືນຈາກໂຄງການຄວາມຊ່ວຍເຫຼືອດ້ານຄວາມໝັ້ນຄົງຂອງຢູເຄຼນ ທີ່ຈັດສັນໂດຍສະພາຄອງເກສ ເປີດທາງໃຫ້ລັດຖະບານຂອງໄບເດັນ ຈັດຊື້ຈັດຫາອາວຸດຈາດອຸດສາຫະກຳປ້ອງກັນປະເທດປ້ອນແກ່ຢູເຄຼນ ຂະບວນການທີ່ຕ້ອງໃຊ້ເວລາພໍສົມຄວນ ແທນການນຳອາວຸດຍຸດໂທອຸປະກອນອອກຈາກຄັງອາວຸດຂອງສະຫະລັດທີ່ມີຢູ່ໃນປະຈຸບັນ