ເຊເລນສະກີເດືອດ! ກ່າວຫາຣັດເຊຍຍິງຖະຫຼົ່ມສະຖານີລົດໄຟໃນວັນເອກະລາດຢູເຄຼນ
ມີຜູ້ເສຍຊີວິດຢ່າງໜ້ອຍ 22ຄົນ ແລະບາດເຈັບຫຼາຍສິບຄົນໃນເຫດການຣັດເຊຍຍິງຈະຫຼວດໂຈມຕີສະຖານີລົດໄຟແຫ່ງໜື່ງຂອງຢູເຄຼນ ຈາກຄຳກ່າວອ້າງ ຂອງປະທານາທິບໍດີໂວໂລດິມີ ເຊເລນສະກີ
ໃນຂະນະທີ່ປະເທດຂອງເຂົາກຳລັງລະນຶກເຖິງວັນຄົບຮອບວັນປະກາດເອກະລາດຈາກການປົກຄອງຂອງສະຫະພາບໂຊຫວຽດ
ເຊເລນສະກີ ເຕືອນກ່ອນໜ້ານີ້ກ່ຽວກັບການຍຸແຍ່ຈາກຣັດເຊຍໃນມື້້ປະກາດເອກະລາດ ເຊິ່ງເປັນວລະຄົບຮອບ 6ເດືອນທີ່ກອງກຳລັງຣັດເຊຍຮຸກຮານຢູເຄຼຼນເຊັ່ນກັນ.
ໃນການປາໄສຜ່ານວີດີໂອກັບຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເຊເລນສະກີອ້າງວ່າຈະຫຼວດຫຼາຍລູກພຸ່ງຖືກລົດໄຟຂະບວນແຫ່ງໜື່ງໃນແຊລີນ ເມື່ອງນ້ອຍໆຫ່າງຈາກແຄ້ວນໂດເນສ ເຊິ່ງຢູ່ພາຍໃຕ້ການຍຶກຄອງຂອງຣັດເຊຍ ທາງພາກຕາເວັນອອກຂອງຢູເຄຼນ ປະມານ 145ກິໂລແມັດ ສົ່ງຜົນໃຫ້ໂບກີ້ໂດຍສານໄຟໄໝ້ໄປ 4ຕູ້
“ແຊລີນຄືຄວາມເຈັບປວດຂອງເຮົາໃນມື້ນີ້ ຈົນເຖິງຕອນນີ້ມີຜູ້ເສຍຊີວິດແລ້ວ 22ຄົນ” ເຊເລນສະກີກ່າວ ພ້ອມລະບຸວ່າ ຢູເຄຼນຈະຫາທາງເຮັດໃຫ້ຣັດເຊຍຕ້ອງຮັບຜິດຊອບໃນທຸກຢ່າງທີ່ພວກເຂົາເຮັດ “ເຮົາບໍ່ມີຂໍ້ສົງໄສເລີຍວ່າ ເຮົາຈະຂັບໄລ່ພວກຮຸກຮານອອກຈາກດິນແດນຂອງເຮົາ ຈະບໍ່ມີຮ້ອງຮອຍຂອງປີສາດນີເຫຼືອຢູ່ ຢູເຄຼນ ດິນແດນເສລີຂອງເຮົາ” ເຂົາກ່າວ.