ມື້ນີ້ເຮົາມີເລື່ອງເລົ່າຂອງຄຸ່ຮັກຄູ່ໜື່ງທີ່ຢູ່ກັນມາດົນ
ໂດຍເລີ່ມຕົ້ນນັ້ນສາມີເຮັດວຽກເປັນກຳມະກອນໃນຊົນນະບົດ ເມື່ອເຮັດວຽກໄດ້ໃນໄລຍະໜື່ງກໍເລື່ອນຂັ້ນຂຶ້ນມາເປັນຫົວໜ້າ ຫຼັງຈາກນັ້ນບໍ່ດົນເຂົາກໍໄດ້ກໍ່ຕັ້ງສ້າງບໍລິສັດຮັບເໝົາກໍ່ສ້າງຂຶ້ນມາເປັນຂອງຕົນເອງ
ຕໍ່ມາບໍລິສັດກໍ່ສ້າງຂອງເຂົາກໍໄດ້ກາຍເປັນບໍລິສັດທີ່ມີຊື່ສຽງໃຫຍ່ໂຕພໍສົມຄວນ ໄດ້ພົບປະສ້າງສັນກັບຄົນແລະສັງຄົນຫຼາຍຂຶ້ນ ສິ່ງນີ້ຄືຈຸດເລີ່ມຕົ້ນກາຍເປັນຈຸດປ່ຽນແລະເກີດສິ່ງຍຸແຍ່ໃນໃຈຂອງເຂົາເມື່ອກັບມາບ້ານເຂົາເບິ່ງຮູບຮ່າງແລະລັກສະນະພັນທະຍາຂອງເຂົາກໍຮູ້ສຶກເບື່ອໜ່າຍຄິດຮອດແຕ່ອາດີດໃນຊ່ວງຊີວິດລຳບາກແລະທຸກຍາກແລະຄິດເອົາວ່າຊີວິດຄູ່ທັງສອງຄວນຈະຢຸດລົງໄດ້ແລ້ວ ເຂົາຈຶ່ງຝາກເງີນໃນບັນຊີໃຫ້ກັບພັນລະຍາຂອງເຂົາ 100ລ້ານຫຢວນເຊິ່ງເຂົາຕິດວ່າພຽງພໍຕໍ່ການຊື້ເຮືອນໃໝ່ໃນເມືອງ
ເຂົາໄດ້ວາງແຜນຊີວິດໃຫ້ກັບພັນລະຍາໄວ້ເພາະຫາກເຂົາບໍ່ເຮັດແບບນີ້ແລ້ວເຂົາຈະຮູ້ສຶກບໍ່ດີ ແລະຮູ້ສຶກວ່າເປັນຄົນທີ່ບໍ່ມີຄວາມຮັບຜິດຊອບແລະບໍ່ຕ້ອງການໃຫ້ພັນລະຍາມາລຳບາກເມື່ອເຂົາຂໍແຍກທາງກັນ ສຸດທ້າຍເຂົາກໍໄດ້ເວົ້າກັບພັນລະຍາລາວຍອມຮັບແລະຮັບຟັງຂໍ້ສະເໜີດ້ວຍແວວຕາທີ່ມິດແລະຖ່ອມຕົນ ເມື່ອຮອດກຳນົດທີ່ຕ້ອງຍ້າຍອອກ ໃນຊ່ວງຕອນບ່າຍໂມງລາວບອກກັບພັນລະຍາວ່າ “ຈະກັບມາຊ່ວຍຍ້າຍເຄື່ອງ” ແລະເປັນການຈົບໃນການໃຊ້ຊີວິດຄູ່ຮ່ວມກັນມາ 20ປີ
ຕອນທີ່ເຮົາລຳບາກນີ້ແຫຼະຈະຮູ້ວ່າໃຜເປັນແນວໃດ “ຢ່າຖິ້ມຄົນທີ່ຈັບມືເຮົາຢ່າແຄຄົນທີ່ເລືອກຈະຖິ້ມເຮົາໄວ້” ດັ່ງຄຳຄົມທີ່ວ່າ “ເບິ່ງຜູ້ຍິງໃຫ້ເບິ່ງຕອນທີ່ເຂົາລຳບາກເວລາທຸກຍາກເຂົາຈະບໍ່ຈາກເຈົ້າໄປໃສ ເບິ່ງຜູ້ຊາຍເຂົາໃຫ້ເບິ່ງຕອນສະບາຍເວລາມີຫຼາຍ ເຂົາເລືອກໃຜກໍໄດ້ ແຕ່ເຂົາເລືອກເຈົ້າ”