ຂໍ້ຄິດສະທ້ອນໃຈພໍ່ແມ່ ລ້ຽງລູກແນວໃດເຕີບໃຫຍ່ໄປໃຫ້ເອົາໂຕລອດໄດ້

ຂໍ້ຄິດສະທ້ອນໃຈພໍ່ແມ່ ລ້ຽງລູກແນວໃດເຕີບໃຫຍ່ໄປໃຫ້ເອົາໂຕລອດໄດ້

ມື້້ນີ້ເຮົາຈະພາໄປຮຽນຮູ້ຫຼັກແນວຄິດການສອນລູກໃຫ້ເຕີບໃຫຍ່ເປັນຄົນທີ່ເກັ່ງແລະສາມາດໃຊ້ຊີວິດລອດຢູ່ໃນສັງຄົມ “ຈົ່ງສອນລູກໃຫ້ຮູ້ຈັກຫາປາ ບໍ່ແມ່ນຫາປາມາລ້ຽງລູກ” ໄປເບິ່ງກັນວ່າເຮົາຈະຕ້ອງເຮັດແນວໃດເພື່ອໃຫ້ລູກບໍ່ລຳບາກໃນອານາຄົດ

ໃຫ້ປາລູກໜື່ງໂຕ ມີກິນແຕ່ໜື່ງມື້ ສອນລູກຈັບປາຫາກິນໄດ້ຕະຫຼອດໄປ ຈົ່ງຢ່າໃຫ້ປາແກ່ລູກຄວນຈະໃຫ້ເບັດຊິດປາ ແລ້ວສອນວິທີການຫາປາໃຫ້ແກ່ເຂົາ ເພື່ອໃຫ້ເຂົາຮູ້ຈັກການເອົາໂຕລອດໃນສັງຄົມແລະຮູ້ຈັກການຫາກິນດ້ວຍຕົນເອງ

ພໍ່ແມ່ຈຳນວນຫຼາຍເຮັດແບບນີ້ ເມື່ອລູກຂໍເງີນໄປຫຼິ້ນຈະມັກຈົ່ມໃຫ້ລູກແລະເລົ່າເລື່ອງທີ່ປະເຊີນຄວາມລຳບາກໃນສະໄໝກ່ອນເລົ່າຍ້ອນໄປເຖິງຊີວິດລຳບາກຂອງຕົນແລ້ວປິດທ້າຍດ້ວຍການໃຫ້ເງີນລູກໄປ ຄົນຫາເຊົ້າກິນຄໍ່າໃນສະໄໝກ່ອນບໍ່ມີຄຳວ່າມໍລະດົກ ໃນວັດຈະນານຸກົມຊີວິດ ທຸກຢ່າງໃນຊີວິດຕ້ອງຫາມາເອງແຕ່ວ່າຄົນລຸ່ນນີ້ເມື່ອມືນຕາອ້າປາກໄດ້ແລະເປັນພໍ່ແມ່ ມັກຈະເຮັດໃຫ້ລູກເສຍຄົນໂດຍບໍ່ໄດ້ຕັ້ງໃຈ


ພໍ່ແມ່ຈຳນວນຫຼາຍເກັບເງີນເກັບທອງໄວ້ໂດຍບໍ່ຍອມໃຊ້ໂດຍບອກວ່າເກັບໄວ້ໃຫ້ລູກເຫດຜົນອາດເປັນຍ້ອນພໍ່ແມ່ບໍ່ຢາກໃຫ້ລູກຜ່ານຄວາມລຳບາກຄືຕົນເອງ ການກຽມພ້ອມທຸກຢ່າງໃຫ້ລູກສະທ້ອນສິ່ງທີ່ຕົນເອງຢາກໄດ້ໃນໄວເດັກແຕ່ມັນກັບສ້າງນິໄສທີ່ບໍ່ດີໃຫ້ລູກ ບໍ່ມີເງີນເປັນບັນຫາ ມີເງີນກໍເປັນບັນຫາບາງຄັ້ງແລະຫຼາຍຄັ້ງການມີເງີນຫຼາຍອາດເຮັດໃຫ້ລ້ຽງລູກຍາກຂຶ້ນມີເງີນກໍຄືໄຂມັນໃນຮ່າງກາຍ ໜ້ອຍໄປກໍບໍ່ດີຫຼາຍໄປກໍອັນຕະລາຍ


ໃນສັງຄົມບູຊາຄົນລວຍແລະການລວຍທາງລັດ ການອົບຮົມສັ່ງສອນລູກດຽວນີ້ຍາກຂຶ້ນເລື່ອຍໆ ເພາະສິ່ງອ້ອມຕົວທາງດຽວທີ່ຈະໃຫ້ລູກເຕີບໃຫຍ່ຂຶ້ນມາດ້ວຍລຳແຂ່ງຕົນເອງໄດ້ ຄືຕ້ອງສອນເລື່ອງວິໄນການໃຊ້ເງີນແລະຄວາມອົດທົນ ການຮູ້ຈັກໃຊ້ຊີວິດແລະຮັບຜິດຊອບຕົນເອງຢ່າສ້າງບັນຫາແກ່ສັງຄົມ ບໍ່ເພີ່ມພູນດ້ສຍໄຂມັນແຫ່ງວັດຖຸນິຍົມຫຼາຍເກີນໄປ

Leave a Reply

Your email address will not be published. Required fields are marked *

You cannot copy content of this page