( ອ່ານແລ້ວຈະເຂົ້າໃຈຊີວິດຫຼາຍຂຶ້ນ) ເປັນຫຍັງຄົນທີ່ຈົບແຕ່ ມໍ4ຈື່ງປະສົບຄວາມສຳເລັດໄດ້

( ອ່ານແລ້ວຈະເຂົ້າໃຈຊີວິດຫຼາຍຂຶ້ນ) ເປັນຫຍັງຄົນທີ່ຈົບແຕ່ ມໍ4ຈື່ງປະສົບຄວາມສຳເລັດໄດ້

ຫົນທາງຂອງຊີວິດແລະຈັງຫວະຊີວິດມີສ່ວນສຳຄັນໃນການທີ່ຈະປະສົບຄວາມສຳເລັດ ທຸກຄົນຕ່າງມີແນວທາງໃນການດຳເນີຊີວິດທີ່ແຕກຕ່າງກັນອອກໄປ ຄວາມສຳເລັດ,ລາຍໄດ້ແລະວຽກງານ

ທີ່ເຮັດກໍມັກມີຫຼາຍໆປັດໄຈທີ່ມາເປັນສ່ວນປະກອບໃນຊີວິດແລະສ່ວນປະກອບເຫຼົ່ານີ້ ເຮັດໃຫ້ເຮົາມີແນວຄິດທີ່ຈະຢູ່ເທິງຄວາມເຊື່ອໃນແບບຂອງຕົນເອງ ເພາະຄວາມເປັນຈິງແບບທີ່ເຂົາໄດ້ກ່າວເອົາໄວ້ພຽງແຕ່ເຮົາປ່ຽນຄວາມຄິດ ຊີວິດກໍປ່ຽນແລ້ວ

ພໍ່ຄ່າເລືອກກຳໄລອັນລະ 20ພັນກີບ ແຕ່ຂາຍໄດ້ມື້ລະ 100ອັນ, ນັກທຸລະກິດເລືອກກຳໄລອັນລະ 10ພັນກີບແຕ່ຂາຍໄດ້ມື້້ລະ 1.000ອັນ ນັກລົງທືນເລືອກກຳໄລອັນລະ 5ພັນກີບ ແຕ່ຂາຍໄດ້ມື້ລະ 100.000ອັນ
ພໍ່ຄ່າອົດຢືນລວກເຂົ້າປຽກມື້ລະ 8ຊົ່ວໂມງ ເພື່ອກຳໄລມື້ລະ 1.000.000ກີບ, ນັກທຸລະກິດຍອມຈ້າງມືອາຊີບມາຢືນລວກເສັ້ນແທນຕົນເອງ ຍອມຫຼຸດກຳໄລເຫຼືອ500.000 ແຕ່ຈະໄດ້ມີເວລາໄປເປີດສາຂາ 2-3-4 ນັກລົງທືນຍອມເສຍເງີນມະຫາສານໃຫ້ກັບຄ່າລະບົບແລະບຸກຄະລາກອນມືອາຊີບສ້າງແບຣນຂາຍລະບົບຂະຫຍາຍສາຂາໄປທົ່ວໂລກ

ພໍ່ຄ້າພາລູກໄປສະມັກຮຽນ ຕ້ອງປິດຮ້ານ ຂາດລາຍໄດ້, ນັກທຸລະກິດ ສັ່ງງານຜ່ານຜູ້ຈັດການສາຂາ, ນັກລົງທືນນັ່ງກິນກາເຟຢູ່ແຄມທະເລ ເງີນກໍຍັງເຂົ້າບັນຊີເພາະມີລະບົບທີ່ດີຊ່ວຍຈັດການໃຫ້
ຂ້ອຍເອງ…ກໍຍັງບໍ່ສາມາດເປັນນັກທຸລະກິດໄດ້ເຕັມປາກແລະຍັງຫ່າງໄກຄຳວ່ານັກລົງທືນຢູ່ ແຕ່…ຂ້ອຍມີຄວາມເຊື່ອວ່າຫາກເຮົາພະຍາຍາມທຸ່ມເທຫຼາຍພໍເຮົາຈະເຮັດໄດ້ ທຸກຄົນມີຄຳກ່າວທີ່ວ່າ ຄົນທຸກອອກໄປເຮັດວຽກເພື່ອໃຫ້ໄດ້ເງີນ, ສ່ວນຄົນລວຍຈ້າງຄົນເກັ່ງມາເຮັດວຽກຫາເງີນໃຫ້ຕົນເອງໃຊ້ ຄົນໝົດໂລກຍອມຮັບວ່າເປັນເລື່ອງຈິງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page