ສຸດເຮັງຫຼາຍກວ່າຖືກເລກ! ກິນຊີ້ນດາດພົບມຸກລາຄາຫຼັກຮ້ອຍລ້ານ

ສຸດເຮັງຫຼາຍກວ່າຖືກເລກ! ກິນຊີ້ນດາດພົບມຸກລາຄາຫຼັກຮ້ອຍລ້ານ

ຄູ່ຮັກສຸດເຮັງກິນຊີ້ນດາດສະຫຼອງວັນເກີດ ກັດພົບກ້ອນແຂງໆຄິດວ່າກ້ອນຫີນແຕ່ກວດສອບແລ້ວບໍ່ແມ່ນ ປາກົດເປັນມຸກເມໂລ ໄຂ່ມຸກລາຄາແພງທີ່ຂາຍກັນຢູ່ຫຼັກຮ້ອຍລ້ານ!


ວັນທີ24 ສິງຫາ ໜຸ່ມສາວສຸດເຮັງໄປສະຫຼອງວັນເກີດກັບພີ່ນ້ອງທີ່ຮ້ານຊີ້ນດາດແຫ່ງໜື່ງໃນຊຽງລາຍ(ປະເທດໄທ) ແຕ່ນອກຈາກອີ່ມໃຈສະບາຍທ້ອງແລ້ວຍັງຮັບຊັບແບບປັງໆ ຈາກໄຂ່ມຸກເມໂລທີ່ຕິດມາກັບຫອຍຫວານອີກດ້ວຍ

ເຊິ່ງທ້າວ ສິດທິເດດ ອາຍຸ 26ປີ ຊາວຊຽງລາຍ ເລົ່າວ່າໃນມື້ດັ່ງກ່າວໄດ້ໄປກິນເຂົ້າສະຫຼອງວັນເກີດກັນທີ່ຮ້ານຊີ້ນດາດແຫ່ງໜື່ງໃນ ຊຽງລາຍ ກິນໄປໜ້ອຍໜື່ງຕົນເອງໄດ້ກັດຖືກຫຍັງບາງຢ່າງຂອງເນື້ອຫອຍຫວານ ໂດຍຕອນນັ້ນຄິດວ່າໜ້າຈະເປັນເສດກ້ອນຫີນ ທີ່ທາງຮ້ານລ້າງອອກບໍ່ໝົດ ແຕ່ຫຼັງຄາຍອອກມາເເລະເຂ່ຍເບິ່ງແລ້ວແປກໃຈ ເພາະຫີນດັ່ງກ່າວຄ້າຍກັບໄຂ່ມຸກເມັດນ້ອຍໆ ຈຶ່ງໄດ້ເວົ້າກັບແຟນສາວແລະພີ່ນ້ອງ ທີ່ໄປກິນໃນມື້ນັ້ນ ຫຼາຍຄົນຮູ້ສຶກແປກໃຈບໍ່ເຄີຍເຫັນ


ຫຼັງຈາກນັ້ນຕົນເອງໄດ້ເກັບໄຂ່ມຸກດັ່ງກ່າວກັບມາເຮືອນ ແລ້ວຕົ້ນຂໍ້ມູນໃນອິນເຕີເນັດ ພົບວ່າໜ້າຈະເປັນມຸກເມໂລທີ່ມີລາຄາແພງແລະຫາຍາກ ແຟນສາວໄດ້ແນະໃຫ້ຕົນເອງສົ່ງໄປກວດທີ່ສູນວິທະຍາ ຊຽງໃຫຍ່ ຜົນປາກົດວ່າມຸກເມັດດັ່ງກ່າວເປັນມຸກເມໂລແທ້ ໂດຍທາງສູນໄດ້ອອກໃບຮັບຮອງມາໃຫ້ພ້ອມ ສ້າງຄວາມຕື່ນເຕັ້ນໃຫ້ກັບຕົນແລະແຟນສາວລວມທັງຄອບຄົວຫຼາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page