ບໍຣິດ ຈອນສັນ ເດີນທາງຢ້ຽມກຣຸງຄຽບແລະພົບປະທານາທິບໍດີຢູເຄຼນເປັນຄັ້ງທີ 3 ໂດຍຢືນຢັນວ່າຢູເຄຼນຈະຊະນະສົງຄາມ ຂະນະທີ່ລັດຖະບານອັງກິດຈະສົ່ງອຸປະກອນໃຫ້ເພີ່ມ
ຈາກການລາຍງານສຳນັກຂ່າວວ່າ ທ່ານ ບໍຣິດ ຈອນສັນ ນາຍົດລັດຖະມົນຕີແຫ່ງສະຫະລາດຊະອານາຈັກ ເຊິ່ງກຳລັງຈະພົ້ນຈາກຕຳແໜ່ງ ເດີນທາງຢ້ຽມກຣຸງຄຽບຂອງຢູເຄຼນແລະເຂົ້າພົບປະທານາທິບໍດີໂວໂລດິມີ ເຊເລນສະກີ ເຊິ່ງກົງກັບວັນຊາກຂອງຢູເຄຼນແລະເປັນມືຄົບຮອບ 6ເດືອນທີ່ຣັດເຊຍຍົກທັບບຸກໂຈມຕີປະເທດແຫ່ງນີ້
ສຳນັກງານນາຍົກລັດຖະມົນຕີສະຫະລາດຊະອານາຈັກເປີດເຜີຍເລື່ອງການເດີນທາງຢ້ຽມຄັ້ງນີ້ ພ້ອມກັບແນນຮູບຖ່າຍຂະນະທີ່ທ່ານ ບໍຣິດ ຈອນສັນສົນທະນາກັບທ່ານ ເຊເລນສະກີ ທີ່ໜ້າທຳນຽບມາຣິນສະກີ ໃນກຣຸງຄຽບແລະເຜີຍຄຳເວົ້າຂອງທ່ານ ຈອນສັນດ້ວຍວ່າ “ຢູເຄຼນສາມາດແລະຈະຊະນະສົງຄາມນີ້”
ທ່ານຈອນສັນ ເປັນໜື່ງໃນຜູ້ນຳຕ່າງປະເທດຄົນທຳອິດ ທີ່ເດີນທາງຢ້ຽມກຣຸງຄຽບໃນທ້າຍເດືອນເມສາ ກ່ອນຈະກັບມາອີກຄັ້ງໃນເດືອນມີຖຸນາ ເຮັດໃຫ້ເຂົາກາຍເປັນໜື່ງໃນຜູ້ນຳປະເທດທີ່ຢ້ຽມຢູເຄຼນຫຼັງເກີດສົງຄາມຫຼາຍທີ່ສຸດເຊັ່ນດຽວກັບ ທ່ານອັນເດ ດູດາ ປະທານາທິບໍດີໂປແລນ ທີ່ຢ້ຽມຄຽບແລ້ວ 3ຄັ້ງໃນປີນີ້