ໄຕ້ຫວັນເພີ່ມງົບການປ້ອງກັນປະເທດສູງເປັນປະຫວັດສາດຫວັງຮັບມືໄພຄຸກຄາມຈາກຈີນ

ໄຕ້ຫວັນເພີ່ມງົບການປ້ອງກັນປະເທດສູງເປັນປະຫວັດສາດຫວັງຮັບມືໄພຄຸກຄາມຈາກຈີນ

ໄຕ້ຫວັນປະກາດວ່າຈະເພີ່ມງົບປະມານໃນດ້ານການປ້ອງກັນປະເທດຫຼາຍເປັນປະຫວັດສາດໃນປີໜ້າ ເນື່ອງຈາກວາງແຜນຈັດຊື້ເຄື່ອງຍົນຮົບແລະລູກສອນໄຟຕໍ່ຕ້ານເຮືອເພີ່ມຂຶ້ນ ເພື່ອປ້ອງກັນການຮຸກຮານຈາກຈີນ


ທັງນີ້ງົບປະມານດັ່ງກ່າວຄິດເປັນສັດສ່ວນ 14.6% ຂອງການໃຊ້ຈ່າຍທັງໝົດໃນປີໜ້າຂອງລັດຖະບານໄຕ້ຫວັນ ໂດຍຫຼາຍທີ່ສຸດຮອງຈາກການໃຊ້ຈ່າຍດ້ານສະຫວັດດີການສັງຄົມ ລວມເຖິງການໃຊ້ຈ່າຍຮ່ວມກັນໃນດ້ານພັດທະນາການສຶກສາ ວິທະຍາສາດແລະວັດທະນະທຳ

ໄຕ້ຫວັນປະກາດຈັດສັນງົບປະມານການປ້ອງກັນປະເທດພິເສດວົງເງີນ 8.69ພັນລ້ານໂດລາສະຫະລັດພາຍໃນປີ 2569 ໃນປີທີ່ຜ່ານມາ ນອກເນືອໄປຈາກງົບປະມານທາງການທະຫານປະຈຳປີ ໂດຍສ່ວນໃຫຍ່ໃຊ້ໄປກັບການຈັກຊື້ອາວຸດອຸປະກອນໃໝ່ໆລວມເຖິງລູກສອນໄຟແລະເຮືອຮົບ


ໃນເດືອນມີນາ ທີ່ຜ່ານມາ ຈີນເປີດເຜີຍວ່າຈະຈັດສັນງົບປະມານ 7.1% ເພື່ອໃຊ້ໃນດ້ານການປ້ອງກັນປະເທດໃນປີນີ້ ເຊິ່ງຈະເຮັດໃຫ້ຍອດການໃຊ້ຈ່າຍສູງເຖິງ 1.45ລ້ານລ້ານຫຢວນ ເຖິງແມ່ນວ່າຜູ້ຊ່ຽວຊານທັງຫຼາຍຈະເຊື່ອວ່າບໍ່ແມ່ນຕົວເລກທີ່ແທ້ຈິງກໍຕາມ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page