ທັດສະນະຄະຕິແລະວິທີຄິດຂອງຄົນທີຫາເງີນເກັ່ງ ເຂົາຄິດແບບນີ້ເອງ…

ທັດສະນະຄະຕິແລະວິທີຄິດຂອງຄົນທີຫາເງີນເກັ່ງ ເຂົາຄິດແບບນີ້ເອງ…

ສົມມຸດວ່າເຮົາເຮັດວຽກມີເງີນເກັບເດືອນລະ 100.000ກີບ 1ປີ 1.200.000ກີບ ແລ້ວເງີນຫຼັກຮ້ອຍລ້ານເດ ເຮົາຕ້ອງໃຊ້ເວລາເກັບຮອດ 10ປີບໍ ມັນໜ້າເບື່ອສຳລັບມະນຸດເງີນເດືອນ ວິທີດຽວທີ່ຈະຊ່ວຍໃຫ້ເຮົາລວຍຂຶ້ນໄດ້ກໍຄືຕ້ອງປ່ຽນວິທີຄິດແລະທັດສະນະຄະຕິໃໝ່ ເພາະຄວາມຄິດເກົ່າທເປັນອຸປະສັກຕໍ່ຄວາມລວຍ.

1.ຄົນລວຍມັກຄິດ: “ມັກຫາຄວາມຄິດໃໝ່ໆຢູ່ສະເໝີ” ເຮັດໃຫ້ສາມາດສ້າງຊ່ອງທາງຂອງລາຍໄດ້ ຫຼາຍກວ່າຄົນທຳມະດາທົ່ວໄປ
2.ຄົນລວຍໂຄດດຸໝັ່ນ: “ມີເປົ້າໝາຍຂອງຕົນເອງຊັດເຈນ” ໃນພື້ນຖານຂອງຄົນສຳເລັດຕ້ອງດຸໝັ່ນທຸກຄົນ ແຕ່ດຸໝັ່ນຢ່າງມີເປົ້າໝາຍແລະຮູ້ວ່າດຸໝັ່ນໄປເພື່ອຫຍັງ

3.ຄົນລວຍກ້າເວົ້າ: “ກ້າຂາຍກ້ານຳສະເໜີ” ຄົນລວຍກ້າຂາຍກ້ານຳສະເໜີ ສິ່ງທີ່ສ້າງປະໂຫຍດຫຼືສ້າງຄຸນຄ່າໃຫ້ຜູ້ອື່ນ “ຜູ້ຊື້” ຈະຊື້ຫຼືບໍ່ເປັນອີກເລື່ອງ?
ຫຼັກຄິດຄົນຫາເງີນເກັ່ງເຂົາຄິດແນວໃດ:
1.ເຮັດເລື່ອງຍາກໃຫ້ມັນງ່າຍ: ຄົນຈະຍອມຈ່າຍເງີນຖ້າເຮົາເຮັດເລື່ອງຍາກໃຫ້ມັນງ່າຍທຸລະກິດໃຫ້ຄວາມຮູ້ອອນລາຍທັງໝົດ ຕັ້ງຢູ່ເທິງພື້ນຖານນີ້ຄື ເຮັດເລື່ອງຍາກໃຫ້ງ່າຍ…ງ່າຍສຸດກໍຂາຍດີສຸດ

2.ເຮັດເລື່ອງທີ່ຄົນອື່ນບໍ່ຍາກເຮັດ: ເຮັດຄວາມສະອາດເກັບຂີ້ເຫຍື້ອ ການຈັດລະບຽບ,ວາງລະບົບງານສ້າງ ຄົນຍອມຈ່າຍເງີນ ໃຫ້ສິ່ງທີ່ເຂົາບໍ່ຢາກເຮັດເອງ
3.ການຫາເງີນບໍ່ແມ່ນສິ່ງທີ່ຜິດ ບໍ່ແມ່ນເລື່ອງໜ້າອາຍ: ຄົນທີ່ເຮັດວຽກຫາເງີນໄດ້ຕັ້ງແຕ່ນ້ອຍ ຈະບໍ່ເບິ່ງເງີນໃນແງ່ລົບຄືຄົນສ່ວນໃຫຍ່ ເຮົາຕ້ອງເບິ່ງການຫາເງີນໃນແງ່ບວກ
4.ໃຫ້ເກັບເງີນເພື່ອຊື້ຊັບສິນທີ່ສ້າງເງີນ ຄົນຫາເງີນເກັ່ງບໍ່ມີມື້ໃດມື້ໜື່ງທີ່ບໍ່ເກັ່ງ ຕ້ອງສ້າງທາງເລືອກໂດຍການຄ່ອຍຊື້ ຊັບສິນທີ່ສ້າງເງີນໃຫ້ເຮົາຕະຫຼອດໄປເຊັ່ນຫຸ້ນປັນຜົນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page