ບິນຕາມເຜິ້ງຈຸດໝາຍຄືເກສອນດອກໄມ້ ບິນຕາມແມງວັນຈຸດໝາຍຄືຂີ້
ກົບສອງໂຕແຕ່ງງານກັນ..ຈາກນັ້ນກໍໃຫ້ກຳເນີດລູກອອກມາ ກັນເປັນ “ຄັນຄາກ”
ກົບໂຕຜູ້ຮູ້ສຶກໃຈຮ້າຍຫຼາຍ ຖາມໂຕແມ່ວ່າ..ມີຊູ້ແມ່ນບໍ່?
ກົບໂຕແມ່ເລີຍບອກວ່າ..ບໍ່! ກ່ອນທີ່ຂ້ອຍຈະໄດ້ພົບກັບເຈົ້າຂ້ອຍໄປສັນຍະກຳທີ່ເກົາຫຼີມາ
“ສິ່ງນີ້ທີ່ບອກກັບເຮົາວ່າຄວາມເຂົ້າໃຈນັ້ນສຳຄັນຫຼາຍ”
ຄືກັນກັບເຜິ້ງ ບໍ່ເຄີຍຊວນແມງວັນໄປກິນນໍ້າຫວານຈາກເກສອນດອກໄມ້
ບິນນຳເຜິ້ງຈຸດໝາຍຄືເກສອນດອກໄມ້
ບິນນຳແມງວັນຈຸດໝາຍຄືຊັກໂຄກ
ຍ່າງຕາມເສດຖີຄືວິທີຫາເງີນໄດ້ເທື່ອລະແສນເທື່ອລະລ້ານ
ຍ່າງຕາມຂໍທານຄືພາກັນຂໍເຂົ້າກິນ
ມີຄຳກ່າວທີ່ວ່າ..ເຮົາເປັນໃຜອາດບໍ່ສຳຄັນແຕ່ທີ່ສຳຄັນ
ໝູ່ເພື່ອນຂອງເຮົາຄືໃຜ? ເຮົາຄົບກັບໃຜຢູ່?
ຢູ່ກັບຄົນດຸໝັ້ນ…ເຮົາຈະບໍ່ຂີ້ຄ້ານ, ຢູ່ກັບຄົນ ກະຕືລືລົ້ນ ເຮົາຈະບໍ່ຫົດຫູ່
ຢູ່ກັບ ຜູ້ມີປັນຍາ…ເຮົາຈະເປັນຄົນທີ່ບໍ່ທຳມະດາ, ຢູ່ກັບນັກປັດຊະຍາ…ເຮົາຈະມີຄວາມຮູ້ຍິ່ງຂຶ້ນ
ຫາກເຮົາຢູ່ກັບຄົນທີ່ເບິ່ງໂລກໃນດ້ານດີ…ເຮົາຈະພົບຄວາມສຸກຫຼາຍຂຶ້ນ ຢ່າຢູ່ໃກ້ກັບຄົນທີ່ໝົດອາໄລຕາຍຍາກ ບໍ່ດັ່ງນັ້ນ ເຂົາຈະລັກເອົາຄວມຝັນໄປຈາກເຮົາໂດຍທີ່ບໍ່ຮູ້ໂຕ ເຮັດໃຫ້ເຮົາກາຍເປັນຄົນສິ້ນຫວັງຄືກັບເຂົາ.