ອຸທາຫອນ! ຢູ່ຄົນດຽວລະວັງໂຕໃຫ້ດີ…ບໍ່ດັ່ງນັ້ນອາດເປັນແບບນີ້

ຜູ້ຍິງຕິດຢູ່ໃນຫ້ອງນ້ຳ 3ມື້ ເຫດລູກກອນປະຕູເພ ດື່ມນ້ຳກ໊ອກປະທັງຊີວິດ ກ່ອນໃຊ້ຄີມຂຽນຂໍ້ຄວາມສັ່ງລາໃສ່ຝາ

ໃນວັນທີ 25ສິງຫາ ເຈົ້າໜ້າທີ່ຕຳຫຼວດ ພະຂະໂນງ(ປະເທດໄທ) ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອ ຈຶ່ງໄດ້ເດີນທາງໄປກວດສອບ ພົບນາງ ເອ (ນາສົມມຸດ) ແຈ້ງວ່າຕິດຕໍ່ນ້ອງສາວບໍ່ໄດ້ ຕັ້ງແຕ່ວັນທີ 22ສິງຫາ

ຈຶ່ງເດີນທາງໄປບ້ານຂອງນ້ອງສາວ ປາກົດວ່າປະຕູລ໊ອກຈາກດ້ານໃນ ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອກຈາກເຈົ້າໜ້າທີ່
ເຈົ້າໜ້າທີ່ຕຳຫຼວດຈຶ້ງເຂົ້າກວດສອບ ຕັດສິນໃຈໃຊ້ຄີມຕັດກະແຈເຮືອນເພື່ອເຂົ້າກວດສອບພາບໃນເຮືອນ ເມື່ອເປີດປະຕູໄດ້ ເຈົ້າໜ້າທີ່ຕຳຫຼວດພ້ອມພີ່ນ້ອງຈຶ່ງເຂົ້າໄປກວດສອບພາຍໃນ

ຈົນກວດສອບໄປຮອດຊັ້ນ 3 ໄດ້ຍິນສຽງຄົນເຄາະປະຕູອອກມາຈາກພາຍໃນຫ້ອງນ້ຳຂອງຊັ້ນ 3 ເຈົ້າໜ້າທີ່ຈຶ່ງໄດ້ເປີດປະຕູຫ້ອງນ້ຳໃຫ້ ໄດ້ພົບນາງສາວ ເອ (ນາມສົມມຸດ) ຕິດຢູ່ໃນຫ້ອງນ້ຳ

ຈາກການສອບຖາມໄດ້ຮູ້ວ່າ ນາງເອ ພັກອາໄສຢູ່ຄົນດຽວ ໄດ້ເຂົ້າຫ້ອງນ້ຳ ແລ້ວລູກກອນບິດຫ້ອງນ້ຳມີບັນຫາ ເຮັດໃຫ້ເປີດອອກມາບໍ່ໄດ້ ຕັ້ງແຕ່ວັນທີ 22ສິງຫາ ຕົນເອງຄິດວ່າຄົງຕ້ອງຕາຍຢູ່ໃນຫ້ອງນ້ຳແນ່ນອນ ຈຶ່ງເອົາຄີມຂຽນຂໍ້ຄວາມສັ່ງລາໄວ້ຝາຫ້ອງນ້ຳ ຫຼັງຈາກຈິດຕົກທີ່ຕິດຢູ່ໃນຫ້ອງນ້ຳຫຼາຍມື້ ໂດຍດື່ມນ້ຳຈາກກ໊ອກນ້ຳປະທັງຊີວິດ

ເບື້ອງຕົ້ນກວດສອບແລ້ວປອດໄພດີ ແລະແນະນຳໃຫ້ພີ່ນ້ອງນຳສົ່ງໂຮງໝໍ ເພື່ອກວດຮ່າງກາຍຕໍ່ໄປ ຜູ້ປະສົບເຫດແລະພີ່ນ້ອງຂອບໃຈເຈົ້າໜ້າທີ່ຕຳຫຼວດ ທີ່ມາຊ່ວຍຊີວິດໄວ້ ບໍ່ດັ່ງນັ້ນຕ້ອງຕາຍແນ່ນອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page