ໜຸ່ມເຮັດວຽກເກັບຂີ້ເຫຍື້ອຢູ່ສິງກະໂປ ເງິນເດືອນ30ກວ່າລ້ານ

ໜຸ່ມເຮັດວຽກເກັບຂີ້ເຫຍື້ອຢູ່ສິງກະໂປ ເງິນເດືອນ30ກວ່າລ້ານ

ຮຽກໄດ້ວ່າເປັນອີກໜື່ງເລື່ອງລາວທີ່ໄດ້ຮັບຄວາມສົນໃຈຢ່າງຫຼາຍ ເມື່ອເວັບໄຊຕ່າງປະເທດລາຍງານວ່າ ໜຸ່ມມາເລເຊຍຄົນໜື່ງໄດ້ອອກມາລີວິວປະສົບການ ຫຼັງໄດ້ໄປເຮັດວຽກເກັບຂີ້ເຫຍື້ອທີ່ປະເທດສິງກະໂປ

ແຕ່ສິ່ງທີ່ເຮັດຫຼາຍຄົນສົນໃຈຄື ລາຍໄດ້ຂອງເຂົາຈາກການເຮັດອາຊີບດັ່ງກ່າວ ເປັນຈຳນວນເງີນທີ່ບໍ່ແມ່ນໜ້ອຍ
ໂດຍເຂົາເລົ່າວ່າເຂົາໄດ້ມາເຮັດວຍກເປັນພະນັກງງານທຳຄວາມສະອາດແລະເກັບຂີ້ເຫຍື້ອທີ່ປະເທດສິງກະໂປ ເຊິ່ງໄດ້ເງີນຄ່າຕອບແທນທີ່ເຂົາໄດ້ຮັບຫຼາຍເຖິງເດືອນລະປະມານ 6.000-9.600ຣິງກິດມາເລເຊຍ ( ປະມານ 30ກວ່າລ້ານກີບ)

ແຕ່ຕ້ອງແລກມາດ້ວຍຄວາມທ້າທາຍແລະຄວາມອົດທົນຢ່າງສູງ ທັ້ງນີ້ເຂົາເຜີຍອີກວ່າ ການທີ່ເຂົາໄດ້ເຮັດວຍກແບບນີ້ນັ້ນບໍ່ເຄີຍຮູ້ສຶກອາຍເລີຍແລະຕ້ອງຂອບໃຈແທນ ເນື່ອງຈາກຕົ້ນທືນຂອງຕົນທີ່ບໍ່ມີການສຶກສາ ເຂົາຈຶ່ງຕ້ອງລຳບາກຖ້າຢາກໄດ້ເງີນຫຼາຍ ແລະຮູ້ສຶກພູມໃຈກັບລາຍໄດ້ນີ້ ເພາະເປັນລາຍໄດ້ທີ່ຫຼາຍພໍສົມຄວນແລະເປັນເງີນທີ່ໄດ້ມາໂດຍບໍ່ຕ້ອງລັກຂອງໃຜ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page